ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ຣັບ​ບີ ຊະ​ອຸ​ດິ ຢ່າງ​ຈົບ​ງາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ສະມາຄົມປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ແລະ ຢ້ຽມຢາມ ລາຊະອານາຈັກ ອາຣັບບີ ຊະອຸດິ ຢ່າງຈົບງາມ. 

ຕອນເຊົ້າວັນທີ 21 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ສະມາຄົມປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ແລະ ຢ້ຽມຢາມ ລາຊະອານາຈັກ ອາຣັບບີ ຊະອຸດິ ແຕ່ວັນທີ 18 – 20 ຕຸລາ ຕາມຄຳເຊື້ອເຊີນຂອງ ກະສັດ ອາຣັບບີ ຊະອຸດິ Salman bin Abdulaziz Al Saud ຢ່າງຈົບງາມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ຣັບ​ບີ ຊະ​ອຸ​ດິ ຢ່າງ​ຈົບ​ງາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບນາຍົກລັດຖະມົນຕີ, ເຈົ້າພະຊາຍ ອາຣັບບີ ຊະອຸດິ Mohammed bin Salman (ພາບ: TTXVN)

        ກ່ອນໜ້ານັ້ນ, ວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳບາງປະເທດເຂດອ່າວ ເປີເຊຍ.

        ໃນການເຂົ້າຢ້ຽມຂ່ຳນັບ ກະສັດ ກາຕາ Sheikh Tamim bin Hamad al-Thani ແລະ ທ່ານນາຍົກລັດຖະມົນຕີ Sheikh Mohammed bin Abdulrahman al-Thani, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືການຮ່ວມມືກັບ ກາຕາ ເປັນສຳຄັນ ແລະ ເປັນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ຕາເວັນອອກກາງ; ສະແດງຄວາມປາດຖະໜາຢາກຕ້ອນຮັບກະສັດ ກາຕາ ມາຢ້ຽມຢາມ ຫວຽດນາມ ໃນເດືອນ ພະຈິກ 2023 ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ພິເສດໃນຂົງເຂດ ການຄ້າ, ການລົງທຶນ, ແຮງງານ. ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ບັນດານັກວິສາຫະກິດ ແລະ ບັນດາກອງທຶນຂອງ ກາຕາ ເພີ່ມທະວີການລົງທຶນຢູ່ ຫວຽດນາມ.     

        ສ່ວນກະສັດ ກາຕາ ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ຢັ້ງຢືນວ່າ ບໍ່ມີສິ່ງໃດກີດຂວາງແກ່ການຮ່ວມມືລະຫວ່າງສອງປະເທດ, ພ້ອມແລ້ວທີ່ຈະສົມທົບກັນແກ້ໄຂທຸກຂໍ້ກີດຂວາງ, ສິ່ງຄົງຂ້າງ ເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ກາຕາ, ພິເສດແມ່ນໃນຂົງເຂດລົງທຶນ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ UAE Sheikh Mohamed bin Zayed Al Nahyan ແລະ ໃຫ້ການຕ້ອນຮັບສະເດັດເຈົ້າ, ຮອງນາຍົກລັດຖະມົນຕີ ໂອມານ Sayyid Shihab bin Tarik Al Said.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ