ນາຍົກລັດຖະມົນຕີ ຟ້າມມິງຈີງ ສິ້ນສຸດການເຄື່ອນໄຫວຢ້ຽມຢາມ ເຂົ້າຮ່ວມກອງປະຊຸມ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ຍີ່ປຸ່ນ.

(VOVWORLD) - ຕອນຄ່ຳວັນທີ 18 ທັນວານີ້, ເຮືອບີນພິເສດທີ່ນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງໂຕກຽວຂອງຍີ່ປຸ່ນ, ສິ້ນສຸດການເຄື່ອນໄຫວຢ້ຽມຢາມ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ( ອາຊຽນ) - ຍີ່ປຸ່ນແລະການເຄື່ອນໄຫວສອງຝ່າຍຢູ່ຍີ່ປຸ່ນ.
ນາຍົກລັດຖະມົນຕີ ຟ້າມມິງຈີງ ສິ້ນສຸດການເຄື່ອນໄຫວຢ້ຽມຢາມ ເຂົ້າຮ່ວມກອງປະຊຸມ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ຍີ່ປຸ່ນ. - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ 

     ທີ່ກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນ, ບັນດາການນຳອາຊຽນ ແລະ ຍີ່ປຸ່ນ ໄດ້ບັນລຸຄວາມຮັບຮູ້ລວມກ່ຽວກັບຫຼາຍບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳອາຊຽນ ແລະ ຍີ່ປຸ່ນ ໄດ້ເຫັນດີຮັບຮອງ ເອົາ “ຖະແຫຼງການວິໄສທັດ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ” ແລະ “ແຜນການຜັນຂະຫຍາຍປະຕິບັດຖະແຫຼງການວິໄສທັດ” ເພື່ອເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນໃນໄລຍະຈະມາເຖິງ.

ນາຍົກລັດຖະມົນຕີ ຟ້າມມິງຈີງ ສິ້ນສຸດການເຄື່ອນໄຫວຢ້ຽມຢາມ ເຂົ້າຮ່ວມກອງປະຊຸມ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ຍີ່ປຸ່ນ. - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ພົບປະກັບເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ

     ຢູ່ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າພົບປະກັບເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ, ເຈລະຈາກັບທ່ານນາຍົກລັດຖະມົນຕີ Kishida Fumio; ພົບປະກັບປະທານສະພາຕ່ຳ, ສະພາສູງ, ບັນດາອະດີດນາຍົກລັດຖະມົນຕີຍີ່ປຸ່ນ; ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມງານລ້ຽງຂອງສະຫະພັນສະມາຊິກລັດຖະພາສະພາ ຍີ່ປຸ່ນ - ຫວຽດນາມ; ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ; ຢ້ຽມຢາມແຂວງ Gunma, ໃຫ້ການຕ້ອນຮັບຜູ້ວ່າການ 5 ແຂວງ ຄື: Aichi, Niigata, Yamanashi, Kanagawa ແລະ Tochigi...

       ເນື່ອງໃນໂອກາດນີ້, ບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດຂອງ 2 ປະເທດໄດ້ແລກປ່ຽນເອກະສານຮ່ວມມື 30 ກວ່າສະບັບ, ດ້ວຍຍອດມູນຄ່າເກືອບ 3 ຕື້ USD, ສຸມໃສ່ເຂົ້າໃນບັນດາຂົງເຂດສຳຄັນຄື: ການເງິນ, ການສຶກສາ, ສາທາລະນະສຸກ, ການລົງທຶນເຂດອຸດສາຫະກຳ... ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືທີ່ໄດ້ລົງນາມສຳລັບ 3 ໂຄງການຮ່ວມມືໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ດ້ວຍຍອດມູນຄ່າກວ່າ 200 ລ້ານ USD, ປະກອບສ່ວນນຳມູນຄ່າການຮ່ວມມື ODA ລະຫວ່າງສອງປະເທດໃນປີ 2023 ບັນລຸກວ່າ 100 ຕື້ເຢນ (ເທົ່າກັບເກືອບ 800 ລ້ານ USD), ສູງສຸດນັບແຕ່ປີ 2017ເປັນຕົນມາ.

ຕອບກັບ

ຂ່າວ/ບົດ​ອື່ນ