ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ເບ​​ລາ​ຣຸດ Roman Golovchenko ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Roman Golovchenko ສ້າງກຳລັງໜູນໃໝ່ໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງສອງປະເທດ ຫວຽດນາມ - ເບລາຣຸດ
ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ເບ​​ລາ​ຣຸດ Roman Golovchenko ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ສ.ເບລາຣຸດ Roman Golovchenko ຢູ່ສະໜາມບິນສາກົນ ໂນ້ຍບ່າຍ
(ພາບ: TTXVN)

ຕອນບ່າຍວັນທີ 6 ທັນວາ, ທ່ານນາຍົກລັດຖະມົນຕີ ສ.ເບລາຣຸດ Roman Golovchenko ແລະ ຄະນະຜູ້ແທນຂັ້ນສູງ ລັດຖະບານ ສ.ເບລາຣຸດ ໄດ້ເດີນທາງ ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 6 – 9 ທັນວາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ຄາດວ່າ ໃນຂອບເຂດການຢ້ຽມຢາມຄັ້ງນີ້, ການນຳສອງປະເທດຈະສຳຫຼວດກວດຄືນ ຕີລາຄາວິວັດການຮ່ວມມື ແລະ ປຶກສາຫາລືຊອກຫາບັນດາບາດກ້າວເດີນລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ. ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານເອກອັກຄະລັດຖະທູດ ເບລາຣຸດ ປະຈຳ ຫວຽດນາມ Uladzimir Baravikou,  ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Roman Golovchenko ສ້າງກຳລັງໜູນໃໝ່ໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງສອງປະເທດ ຫວຽດນາມ - ເບລາຣຸດ, ຢັ້ງຢືນບົດບາດຫຼັກແຫຼ່ງຂອງ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ ຂອງ ເບລາຣຸດ ປະຈຳ ອາຊີຕາເວັນອອກສ່ຽງໃຕ້, ເນັ້ນໜັກເຖິງຜົນປະໂຫຍດລວມຂອງສອງປະເທດ ໃນການເພີ່ມທະວີ ແລະ ການພັດທະນາການພົວພັນຮອບດ້ານເພື່ອຜົນປະໂຫຍດສອງຝ່າຍໃຫ້ຫຼາຍກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ