ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຈະເຂົ້າຮ່ວມກອງປະຊຸມ ASEM 12, P4G ແລະ ຢ້ຽມຢາມບາງປະເທດ ຢູ່ທະວີບ ເອີຣົບໃນໄວໆນີ້

(VOVWORLD) - ວັນທີ 09 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 14-21 ຕຸລານີ້, 

ທ່ານນາຍົກລົດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍພັນລະຍາ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ - ເອີຣົບ (ASEM) ຄັ້ງທີ 12, ກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກ ຮອດປີ 2030 (P4G) ແລະ ຢ້ຽມຢາມ ສາທາລະນະລັດ ໂອຕຼິດ, ລາຊະອານາຈັກ ແບນຊິກ, ແດນມາກຢ່າງເປັນທາງການ, ຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພາບເອີຣົບ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາ ເອີຣົບ Donald Tusk, ທ່ານປະທານຄະນະກຳມະການເອີຣົບ Jean-Clude Juncker, ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ໂອຕຼິດ Sebatian Kurz, ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ແລະ ທ່ານນາຍົກລັດຖະມົນຕີ ແດນມາກLars Lokke Rasmussen.

ຕອບກັບ

ຂ່າວ/ບົດ​ອື່ນ