ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ຕ້ອນຮັບ​ຜູ້​ອໍານວຍ​ການ​ບໍລິຫານ​ອົງການ DFC ຂອງ ອາ​ເມ​ລິ​ກາ

(VOVWORLD) -ຕອນບ່າຍວັນທີ 8 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ອາດາມ ໂບເລີ ຜູ້ອໍານວຍການບໍລິຫານອົງການພັດທະນາການເງິນສາກົນ DFC ຂອງ ອາເມລິກາ.
ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ຕ້ອນຮັບ​ຜູ້​ອໍານວຍ​ການ​ບໍລິຫານ​ອົງການ DFC ຂອງ ອາ​ເມ​ລິ​ກາ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ອາດາມ ໂບເລີ ຜູ້ອໍານວຍການບໍລິຫານອົງການພັດທະນາການເງິນສາກົນ DFC ຂອງ ອາເມລິກາ (ພາບ: TTXVN)

 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ DFC ແລະ ໃຫ້ຮູ້ວ່າ ໃນປີທີ່ຜ່ານມາ, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕເສດຖະກິດທີ່ໜ້າຊື່ນຊົມ, ແຕ່ເສດຖະກິດຫວຽດນາມ ຍັງສາມາດພັດທະນາຢ່າງແຂງແຮງ ແລະ ຍືນຍົງກວ່ານີ້ອີກ, ຖ້າຫາກລົງທຶນໃນຂົງເຂດພະລັງງານ, ພັດທະນາພື້ນຖານໂຄງລ່່າງ, ສາທາລະນະສຸກ, ການສຶກສາເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫວັງວ່າ DFC ຄວນເພີ່ມທະວີການຮ່ວມມືກັບ ຫວຽດນາມ. ທ່ານເນັ້ນໜັກວ່າ ຫວຽດນາມຄວນມີແຜນການຊື້ພາຫະນະເຄື່ອງຈັກ, ຜະລິດຕະພັນຂອງ ອາເມລິກາ, ມານະພະຍາຍາມເດີນຕາມນະໂຍບາຍການຄ້າທີ່ດຸ່ນດຽງກັບ ອາເມລິກາ.

ສ່ວນ ທ່ານ ອາດາມ ໂບເລີ ຜູ້ອໍານວຍການບໍລິຫານອົງການພັດທະນາການເງິນສາກົນ DFC ຂອງ ອາເມລິກາ ໃຫ້ຮູ້ວ່າ: ປັດຈຸບັນ DFC ມີແຫຼ່ງກໍາລັງການເງິນ 60 ຕື້ USD ສາມາດລົງທຶນ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ, ບໍ່ພຽງແຕ່ສະຫງວນໃຫ້ແກ່ວິສາຫະກິດ ອາເມລິກາເທົ່ານັ້ນ, ຫາກຍັງສະຫງວນໃຫ້ແກ່ທັງວິສາຫະກິດຫວຽດນາມ ອີກດ້ວຍ. DFC ໝັ້ນໝາຍລົງທຶນເຂົ້າຫວຽດນາມ ເປັນຕົ້ນແມ່ນພະລັງງານ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ຫວັງຢາກລົງທຶນລະດັບເຂດ, ເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງບັນດາປະເທດເຂດແມ່ນໍ້າຂອງ, ເປັນຕົ້ນແມ່ນໃນສະພາບທີ່ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ