ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຮອງນາຍົກລັດຖະມົນຕີເວືອງດິງ ເຫວ້ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອ

(VOVWORLD) -ຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງ ໄດ້ຕີລາຄາສູງໝາກຜົນດ້ານເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ ທີ່ບັນລຸໄດ້ພາຍໃຕ້ການຊີ້ນຳນຳພາຂອງພັກ, ສະພາແຫ່ງຊາດ ແລະການຊີ້ນຳຢ່າງຂ້ຽວຂາດ ແລະ ມີປະສິດທິຜົນຂອງລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຮອງນາຍົກລັດຖະມົນຕີເວືອງດິງ ເຫວ້ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະຜູ້ມີສິດເລືອກຕັ້ງ

(ພາບ: VGP)

ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ເມືອງຕຽນຫຼາງ, ແຂວງຫາຍຟ່ອງຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງຫາຍຟ່ອງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງຢູ່ເມືອງຕຽນຫຼາງ, ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14. ຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງ ໄດ້ຕີລາຄາສູງໝາກຜົນດ້ານເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ ທີ່ບັນລຸໄດ້ພາຍໃຕ້ການຊີ້ນຳນຳພາຂອງພັກ, ສະພາແຫ່ງຊາດ ແລະການຊີ້ນຳຢ່າງຂ້ຽວຂາດ ແລະ ມີປະສິດທິຜົນຂອງລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ.

        ໂດຍເຫັນດີເຫັນພ້ອມກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ກອງປະຊຸມສະພາແຫ່ງຊາດ ຜ່ານມາ ແມ່ນກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ສະແດງໃຫ້ເຫັນປະຊາທິປະໄຕ ແລະການປ່ຽນແປງໃໝ່, ພ້ອມທັງມີຄວາມມຸ່ງມາດປາດຖະໜາ, ຄຳຄິດຄຳເຫັນຂອງປະຊາຊົນທີ່ກອງປະຊຸມ. ຍ້ອນເຫດນີ້, ສະພາແຫ່ງຊາດໄດ້ຮັບຟັງບັນດາບັນຫາຢ່າງຖືກຕ້ອງ ທີ່ປະຊາຊົນໄດ້ຍົກອອກສ່ອງແສງໃນກອງປະຊຸມສະພາແຫ່ງຊາດດັ່ງກ່າວ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງຮ່າຕິງ ກໍໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນຮ່າຕິງ, ເພື່ອແນໃສ່ແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ຮັບຟັງ ແລະການຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ