ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະສອງຝ່າຍກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະສອງຝ່າຍກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: VOV)

        ຕອນບ່າຍວັນທີ 9 ພຶດສະພາ, ຢູ່ Labuan Bajo, ອິນໂດເນເຊຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະສອງຝ່າຍກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ; ພ້ອມທັງສະເໜີວ່າ ສອງປະເທດຕ້ອງຮັກສາທ່າເຕີບໂຕດ້ານການຄ້າ, ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ USD ຫຼື ສູງກວ່າ ໃນໄລຍະກ່ອນປີ 2028. ການນຳສອງທ່ານກໍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ ເປັນຕົ້ນແມ່ນການຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ ແລະ ພື້ນຖານໂຄງລ່າງ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen
(ພາບ: TTXVN)

        ສ່ວນໃນການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ສອງຝ່າຍເຫັນດີຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ຖະແຫຼງການຮ່ວມລະຫວ່າງສອງປະເທດ ໃຫ້ມີປະສິດທິຜົນ; ຍູ້ແຮງການຮ່ວມມື, ເຊື່ອມຕໍ່ສອງພື້ນຖານເສດຖະກິດ, ປະກອບສ່ວນໜູນຊ່ວຍເຊິ່ງກັນແລະກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນໃນສະພາບຕະຫຼາດໂລກ ນັບມື້ນັບຖືກຮັດແຄບເຂົ້າ; ຊຸກຍູ້ການຄ້າຊາຍແດນ, ການຮ່ວມມືພັດທະນາເສດຖະກິດຢູ່ເຂດຕິດກັບຊາຍແດນ, ການສຶກສາ - ບຳລຸງສ້າງ. ສອງຝ່າຍເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຮ່ວມມືລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດສອງປະເທດໃຫ້ຫຼາຍກວ່າອີກ. ສອງຝ່າຍກໍເຫັນດີສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ພ້ອມກັນປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.

ຫວູຄວຽນ

 

ຕອບກັບ

ຂ່າວ/ບົດ​ອື່ນ