ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະບັນດານັກລົງທຶນ ຍີ່ປຸ່ນ

(VOVWORLD) - ໃນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ອະນາຄົດອາຊີ, ຕອນເຊົ້າວັນທີ 5 ມິຖຸນາ, ຢູ່ນະຄອນຫຼວງໂຕກຽວ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸ້ກ ໄດ້ພົບປະກັບບັນດານັກລົງທຶນ ຍີ່ປຸ່ນ
ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະບັນດານັກລົງທຶນ ຍີ່ປຸ່ນ - ảnh 1 ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະບັນດານັກລົງທຶນ ຍີ່ປຸ່ນ

ກ່າວປາໄສກັບບັນດານັກລົງທຶນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່ານີ້ແມ່ນໄລຍະເວລາສະດວກທີ່ສຸດໃນການຮ່ວມມື ລະຫວ່າງສອງປະເທດ ແລະ ວິສາຫະກິດສອງປະເທດ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸ້ກ ເນັ້ນໜັກວ່າ ລັດຖະບານຫວຽດນາມ ປະຕິບັດການກໍ່ສ້າງ, ສັດຊື່ບໍລິສຸດ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ ແລະ ພວມສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດ ເຂົ້າໃນກຸ່ມແຖວໜ້າອາຊຽນ. ກຳນົດການລົງທຶນເອກະຊົນ ແລະ ການລົງທຶນຕ່າງປະເທດ FDI ແມ່ນກຳລັງໜູນທີ່ສຳຄັນສຳລັບພື້ນຖານເສດຖະກິດ, ຍົກສູງກຳລັງການແກ່ງແຍ້ງຂອງ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າບັນດານັກລົງທຶນ ລົງທຶນເຂົ້າຫວຽດນາມໂດຍໄວ.

        “ລັດຖະບານຈະຊຸກຍູ້ການລົງທຶນເຂົ້າໃນຂົງເຂດໂຄງລ່າງ, ລວມທັງພະລັງງານໄຟຟ້າກວ່າອີກ. ລັດຖະບານກໍ່ໄດ້ວາງນະໂຍບາຍຈຳກັດຂອບເຂດ ຂົງເຂດທີ່ລັດຖະບານບໍ່ຕ້ອງການຄວບຄຸມ, ເປີດກວ້າງໃຫ້ທ້ອງຕະຫຼາດ, ພິເສດແມ່ນຫັນເປັນຫຸ້ນສ່ວນບັນດາລັດວິສາຫະກິດ, ລວມທັງຂົງເຂດພະລັງງານໄຟຟ້າ. ບັນດາວິສາຫະກິດຍີ່ປຸ່ນ ສາມາດລົງທຶນໂດຍກົງເຂົ້າບັນດາວິສາຫະກິດຫັນເປັນຫຸ້ນສ່ວນ ຫຼື ຜ່ານບັນດາກອງທຶນລົງທຶນຢູ່ຫວຽດນາມ ເພື່ອກາຍເປັນຜູ້ຖືຫຸ້ນ ຍຸດທະສາດຂອງບັນດາລັດວິສາຫະກິດ ເຊິ່ງພວກຂ້າພະເຈົ້າມີແຜນນະໂຍບາຍຂາຍອອກ”.

        ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຍືນວ່າ ຫວຽດນາມ ຢາມໃດກໍ່ກຽມພ້ອມສະໜອງທຸກບັນຊີລາຍຊື່ເຊິ່ງຝ່າຍນັກລົງທຶນຍີ່ປຸ່ນສົນໃຈ, ໃນນັນມີການລົງທຶນພັດທະນາໂຄງລ່າງແຫ່ງຊາດ, ບັນດາໂຄງການຮ່ວມມື ລັດ-ເອກະຊົນ (PPP), ໃນຂົງເຂດການເງິນ, ທະນາຄານ, ປະກັນໄພ, ພະລົງງານຜະລິດຄືນໃໝ່, ຫັນເປັນລັດວິສາຫະກິດຫຸ້ນສ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ