ນາຍົກລັດຖະມົນຕີ ອິນເດຍ ຮຽກຮ້ອງໃຫ້ AU ເຂົ້າຮ່ວມ G20

(VOVWORLD) - G20 ເຊີນ AU ເຂົ້າຮ່ວມກຸ່ມນີ້ດ້ວຍວິໄສທັດຍາວນານ. AU ມີ 55 ປະເທດສະມາຊິກ ແລະ ໃນປີ 2022, GDP ຂອງ AU ບັນລຸປະມານ 3.000 ຕື້ໂດລາສະຫະລັດ.
 
ນາຍົກລັດຖະມົນຕີ ອິນເດຍ ຮຽກຮ້ອງໃຫ້ AU ເຂົ້າຮ່ວມ G20 - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi

ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ຮຽກຮ້ອງໃຫ້ ສະຫະພາບ ອາບຟຣີກາ (AU) ເຂົ້າຮ່ວມກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20). ວັນທີ 27 ສິງຫາ, ກ່າວຄຳເຫັນທີ່ນະຄອນຫຼວງ ນິວເດລີ, ທ່ານນາຍົກລັດຖະມົນຕີ Modi ໃຫ້ຮູ້ວ່າ: G20 ເຊີນ AU ເຂົ້າຮ່ວມກຸ່ມນີ້ດ້ວຍວິໄສທັດຍາວນານ. AU ມີ 55 ປະເທດສະມາຊິກ ແລະ ໃນປີ 2022, GDP ຂອງ AU ບັນລຸປະມານ 3.000 ຕື້ໂດລາສະຫະລັດ.

        ປະຈຸບັນ, ອິນເດຍ ແມ່ນປະເທດປະທານ G20 ປີ 2023. ໃນຖານະຕຳແໜ່ງນີ້, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ປາດຖະໜາຢາກຊຸກຍູ້ການສ້າງລະບົບການສະໜອງທົ່ວໂລກທີ່ມີປະສິດທິຜົນ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈ. ທ່ານນາຍົກລັດຖະມົນຕີ Modi ໃຫ້ຄຳໝັ້ນສັນຍາວ່າ ອິນເດຍ ຈະແມ່ນ “ມາດຕະການແກ້ໄຂ” ໃຫ້ແກ່ບັນຫານີ້ ຜ່ານການເພີ່ມທະວີກຳລັງຄວາມສາມາດການຜະລິດ ເພື່ອປັບຕົວໃຫ້ເຂົ້າກັບບັນດາການປ່ຽນແປງໃໝ່ ພາຍຫຼັງໂລກລະບາດໂຄວິດ - 19.

        G20 ມີ 19 ພື້ນຖານເສດຖະກິດ ພ້ອມກັບສະຫະພາບ ເອີລົບ (EU), ປະກອບ 85% GDP ຂອງທົ່ວໂລກ ແລະ ກວມເອົາ 2/3  ຈຳນວນພົນລະເມືອງໂລກ. ປະຈຸບັນ, ອາບຟຣີກາ ໃຕ້ ແມ່ນປະເທດຕາງໜ້າພຽງປະເທດດຽວຂອງ ອາບຟຣີກາ ເຂົ້າຮ່ວມ G20.

ຕອບກັບ

ຂ່າວ/ບົດ​ອື່ນ