ນາຍົກລັດຖະມົນຕີ ເຢຍລະມັນເລີ່ມຕົ້ນ ການຢ້ຽມຢາມຈີນ

ວັນ​ທີ 2/2, ທ່ານ​ນາງ Angela Merkel ນາຍົກລັດຖະມົ​ນຕີ​ເຢຍລະ​ມັນ ​ໄດ້​ເດີນ​ທາງ​ໄປຮອດປັກ​ກິ​ງປະ​ເທດ​ຈີນ, ​ເລີ່​ມຕົ້ນການ​ຢ້ຽມຢາມຈີນ​ເປັນ​ເວລາ 2 ວັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກ ​ແລະ​ປຶກສາ​ຫລື​ກ່ຽວ​ກັບ​ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ​ຢູ່​ເອີ​ລົບ. ​ໃນ​ວັນ​ທີ 2/2, ທ່ານ​ນາງ Angela Merkel ນາຍົກລັດຖະມົ​ນຕີ​ເຢຍລະ​ມັນ​ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ຢູ່​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຈີນ ​ແລະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ​ເວີນ​ເຈຍ​ປາວ. ກ່າວ​ຄຳ​ເຫັນ​ທີ່ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຈີນ, ທ່ານ​ນາງ Angela Merkel ປະກາດ​ວ່າ ​ເຢຍລະ​ມັນ​ໄດ້​ເປີດ​ຕະຫຼາດ​ໃຫ້​ແກ່​ບັນດາ​ນັກທຸລະກິດ​ຈີນ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຈີນ ຈົ່ງ​ຮັບປະກັນ​ໃຫ້​ບັນດາ​ນັກທຸລະກິດ​ເຢຍລະ​ມັນ ​ໄດ້​ສຳ​ພັດ​ກັບ​ບັນດາ​ຕະຫຼາດຂອງ​ຈີນ. ວັນ​ທີ 3/2, ທ່ານ​ນາງ Angela Merkel ພົ​ບປະ​ເຈລະຈາ​ກັບ​ປະທານ​ປະ​ເທດ​ຈີນ​ຫູ​ຈິນ​ເທົ່າ ກ່ອນ​ທີ່​ຈະ​ໄປ​ຢ້ຽມຢາມ​ນະຄອນ​ກວາງ​ເຈົາ ​ເພື່ອ​ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ​ເວີນ​ເຈຍ​ປາວ ​ເຂົ້າຮ່ວມ​ເວທີ​ປາ​​ໄສ​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ​ພວມ​ເຮັດ​ວຽກ​ຢູ່​ຈີນ.
ຂ່າວ/ບົດ​ອື່ນ