ນາຍົກລັດຖະມົນຕີ ໂຮນລັງ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ: ນຳການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ກ່ອນນັ້ນ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ມາຢ້ຽມຢາມ ຫວຽດນາມ ໃນເດືອນ ມິຖຸນາ 2014 ແລະ ເດືອນ ເມສາ 2019.
ນາຍົກລັດຖະມົນຕີ ໂຮນລັງ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ: ນຳການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານ Mark Rutte, ນາຍົກລັດຖະມົນຕີ ໂຮນລັງ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານ Mark Rutte, ນາຍົກລັດຖະມົນຕີ ໂຮນລັງ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເປັນເວລາ 2 ວັນ (ຄືວັນທີ 1 – 2 ພະຈິກ 2023). ນີ້ເປັນຄັ້ງທີ 3 ທ່ານ Mark Rutte ຢ້ຽມຢາມ ຫວຽດນາມ ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ ໂຮນລັງ. ກ່ອນນັ້ນ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ມາຢ້ຽມຢາມ ຫວຽດນາມ ໃນເດືອນ ມິຖຸນາ 2014 ແລະ ເດືອນ ເມສາ 2019.

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ຮັບຄວາມຫວັງຈະສືບຕໍ່ນຳການພົວພັນຮ່ວມມືສອງປະເທດຂຶ້ນສູ່ລະດັບສູງໃໝ່, ໃນສະພາວະທີ່ສອງປະເທດພວມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023).

ຕອບກັບ

ຂ່າວ/ບົດ​ອື່ນ