ນາຍົກລັດຖະມົນຕີ ໂຮນລັງ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ທ່ານນາຍົກລັດຖະມົນຕີ Mark Rutte ໄດ້ຢ້ຽມຢາມ ຫວຽດນາມ ເປັນສອງຄັ້ງ (ໃນເດືອນ ມິຖຸນາ 2014 ແລະ ເດືອນ ເມສາ 2019), ໄດ້ຕ້ອນຮັບການນຳຂັ້ນສູງ ຫວຽດນາມ ຢ້ຽມຢາມ ໂຮນລັງ ຫຼາຍຄັ້ງ.
ນາຍົກລັດຖະມົນຕີ ໂຮນລັງ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ຢູ່ສະໜາມບິນ
(ພາບ:TTXVN)

ຕອນຄ່ຳວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເປັນເວລາ 2 ວັນ (1 – 2 ພະຈິກ), ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

        ທ່ານນາຍົກລັດຖະມົນຕີ Mark Rutte ໄດ້ຢ້ຽມຢາມ ຫວຽດນາມ ເປັນສອງຄັ້ງ (ໃນເດືອນ ມິຖຸນາ 2014 ແລະ ເດືອນ ເມສາ 2019), ໄດ້ຕ້ອນຮັບການນຳຂັ້ນສູງ ຫວຽດນາມ ຢ້ຽມຢາມ ໂຮນລັງ ຫຼາຍຄັ້ງ. ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Mark Rutte ມີຄວາມໝາຍສຳຄັນສຳລັບການພົວພັນສອງປະເທດໃນສະພາບການ ຫວຽດນາມ ແລະ ໂຮນລັງ ພວມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023). ປະຈຸບັນ, ໂຮນລັງ ແມ່ນນັກລົງທຶນໃຫຍ່ສຸດຂອງ ສະຫະພາບເອີລົບ ທີ່ລົງທຶນເຂົ້າ ຫວຽດນາມ, ດ້ວຍຍອດເງິນລົງທຶນປະມານ 13,7 ຕື້ ໂດລາສະຫະລັດ ແລະ ແມ່ນປະເທດນຳເຂົ້າສິນຄ້າຂອງ ຫວຽດນາມ ຫຼາຍທີ່ສຸດຢູ່ ເອີລົບ, ດ້ວຍຍອດວົງເງິນການຄ້າສອງຝ່າຍບັນລຸກ່ວາ 11 ຕື້ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ