ນາຍົກລັດຖະມົນຕີຕ້ອນຮັບທູດພິເສດຂອງປະທານາທິບໍດີ ອາເມລິກາ ແລະ ຜູ້ອຳນວຍການໃຫຍ່ທະນາຄານໂລກ Standard Chaterd

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາວ່າ ອາເມລິກາ ຈະສືບຕໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຕໍ່ການສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ
ນາຍົກລັດຖະມົນຕີຕ້ອນຮັບທູດພິເສດຂອງປະທານາທິບໍດີ ອາເມລິກາ ແລະ ຜູ້ອຳນວຍການໃຫຍ່ທະນາຄານໂລກ Standard Chaterd - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ John Kerry
(ພາບ: TTXVN)

ຕອນບ່າຍວັນທີ 05 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ John Kerry ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາວ່າ ອາເມລິກາ ຈະສືບຕໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຕໍ່ການສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ, ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ ແລະ ການພົວພັນຄູ່ຮ່ວມມືແມ່ຂອງ - ອາເມລິກາ. ຫວຽດນາມ ພວມມານະພະຍາຍາມຊຸກຍູ້ການເຕີບໂຕຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ COP 26.

        ສ່ວນທ່ານທູດພິເສດ John Kerry ຢືນຢັນຄືນໃໝ່ວ່າ ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນໃນການພັດທະນາພະລັງງານສະອາດ, ພື້ນຖານໂຄງລ່າງແບບຍືນຍົງ, ຄຸ້ມຄອງແຫຼ່ງນ້ຳອັດສະລິຍະ ແລະ ແຫຼ່ງຊັບພະຍາກອນໃນລະບົບຊີວະພາບ.

ນາຍົກລັດຖະມົນຕີຕ້ອນຮັບທູດພິເສດຂອງປະທານາທິບໍດີ ອາເມລິກາ ແລະ ຜູ້ອຳນວຍການໃຫຍ່ທະນາຄານໂລກ Standard Chaterd - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານ Bill Winters, ຜູ້ອຳນວຍການໃຫຍ່ການທະນາຄານໂລກ Standard Chartered
(ພາບ: TTXVN)

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານ Bill Winters, ຜູ້ອຳນວຍການໃຫຍ່ການທະນາຄານໂລກ Standard Chartered, ລາຊະອານາຈັກ ອັງກິດ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກເພື່ອໃຫ້ Standard Chartered ຮັກສາ, ເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີວ່າ ໃນໄລຍະຈະມາເຖິງ, ທະນາຄານ Standard Chartered ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນວິວັດການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຫວຽດນາມ ກໍຄືນັກລົງທຶນຕ່າງປະເທດ ໄດ້ສຳຜັດກັບແຫຼ່ງທຶນດ້ວຍເງື່ອນໄຂກູ້ຢືມບຸລິມະສິດ…

ຕອບກັບ

ຂ່າວ/ບົດ​ອື່ນ