ນາຍົກລັດຖະມົນຕີພົບປະກັບປະຊາຄົມວິສາຫະກິດລົງທຶນຕ່າງປະເທດ

(VOVWORLD) - ລາຍງານທີ່ກອງປະຊຸມ, ທ່ານນາງ ຫງວຽນທິບິກງອັກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ໃນ 9 ເດືອນຂອງປີ 2023, ເສດຖະກິດມະຫາພາກຂອງ ຫວຽດນາມ ເປັນປົກກະຕິ, ເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ
ນາຍົກລັດຖະມົນຕີພົບປະກັບປະຊາຄົມວິສາຫະກິດລົງທຶນຕ່າງປະເທດ - ảnh 1ກອງປະຊຸມພົບປະກັບປະຊາຄົມວິສາຫະກິດລົງທຶນຕ່າງປະເທດ

ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມພົບປະກັບປະຊາຄົມວິສາຫະກິດລົງທຶນຕ່າງປະເທດ, ດ້ວຍຫົວຂໍ້ “ຮ່ວມເດີນທາງ ແລະ ພັດທະນາ”. ເຫດການໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບຫ້ອງວ່າການລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ສະຫະສະມາຄົມວິສາຫະກິດຕ່າງປະເທດສົມທົບກັນຈັດຕັ້ງ.

        ລາຍງານທີ່ກອງປະຊຸມ, ທ່ານນາງ ຫງວຽນທິບິກງອັກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ໃນ 9 ເດືອນຂອງປີ 2023, ເສດຖະກິດມະຫາພາກຂອງ ຫວຽດນາມ ເປັນປົກກະຕິ, ເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ; ການເຕີບໂຕ GDP 9 ເດືອນບັນລຸ 4,24%; ຕະຫຼາດເງິນຕາເປັນປົກກະຕິໂດຍພື້ນຖານ, ອັດຕາແລກປ່ຽນໄດ້ບໍລິຫານຢ່າງມີໄຫວພິບ, ເໝາະສົມກັບບັນດາການຜັນແປຂອງຕະຫຼາດ. ບັນດາອົງການສາກົນໄດ້ຕີລາຄາວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ບັນລຸຜົນສຳເລັດໃນການດຶງດູດ ເງິນລົງທຶນຕ່າງປະເທດ. ຫຼາຍອົງການທີ່ມີອິດທິພົນຊື່ສຽງສາກົນຕີລາຄາສູງໝາກຜົນ ແລະ ແງ່ຫວັງພັດທະນາເສດຖະກິດ ແລະ ການຍົກລະດັບຄວາມໄວ້ເນື້ອເຊື່ອໃຈ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ຫວຽດນາມ ມີຄຳໝັ້ນສັນຍາ 3 ຂໍ້ກັບນັກລົງທຶນ:

        “ທີໜຶ່ງ, ຫວຽດນາມ ຍາມໃດກໍ່ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ ແລະ ເປັນທຳຂອງນັກລົງທຶນໃນບໍ່ວ່າກໍລະນີໃດ. ທີສອງ, ລັດຖະບານ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດສະດວກເພື່ອໃຫ້ນັກລົງທຶນຕ່າງປະເທດ ຮັບປະກັນສິດຜົນປະໂຫຍດເປັນປົກກະຕິ, ຍາວນານ, ຍືນຍົງ ຢູ່ ຫວຽດນາມ ດ້ວຍຫຼັກການຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ. ທີສາມ, ບໍ່ຫັນບັນດາການພົວພັນດ້ານເສດຖະກິດ, ການພົວພັນພົນລະເຮືອນເປັນອາຍາ ແຕ່ຕ້ອງປັບໄໝຜູ້ລົງໂທດກະທຳຜິດ, ລະເມີດກົດໝາຍ, ປົກປ້ອງຜູ້ເຮັດຖືກຕ້ອງ, ສ້າງລະບົບນິເວດຜະລິດ, ດຳເນີນທຸລະກິດໂປ່ງໃສ, ຍືນຍົງ”.

        ກ່າວຄຳເຫັນທີ່ກອງປະຊຸມ, ປະຊາຄົມວິສາຫະກິດ ຕ່າງປະເທດ ໄດ້ຕີລາຄາສູງແງ່ຫວັງການເຕີບໂຕ, ສະພາບແວດລ້ອມແຫ່ງການລົງທຶນ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ. ຫຼາຍກຸ່ມບໍລິສັດເສດຖະກິດຕ່າງປະເທດໄດ້ຕີລາຄາວ່າ ຫວຽດນາມ ມີຫຼາຍກາລະໂອກາດກາຍເປັນໃຈກາງໃນລະບົບການສະໜອງທົ່ວໂລກ. ມີຫຼາຍນັກລົງທຶນໃຫຍ່ໃຫ້ຄຳໝັ້ນສັນຍາຈະເປີດກ້ວາງການລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ