ນາຍົກລັດຖະມົນຕີລາວຕີລາຄາສູງປະສິດທິຜົນການຮ່ວມມືລະຫວ່າງກະຊວງຍຸຕິທຳຂອງ 2 ປະເທດ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 28 ພະຈິກ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ນຳໜ້າ.
ນາຍົກລັດຖະມົນຕີລາວຕີລາຄາສູງປະສິດທິຜົນການຮ່ວມມືລະຫວ່າງກະຊວງຍຸຕິທຳຂອງ 2 ປະເທດ - ảnh 1 (ທ່ານນາຍົກລັດຖະມົນຕີລາວຕີລາຄາສູງປະສິດທິຜົນການຮ່ວມມືລະຫວ່າງກະຊວງຍຸຕິທຳຂອງ 2 ປະເທດ)

ທີ່ການພົບປະ, ທ່ານລັດຖະມົນຕີ ເລແທ່ງລອງ ເນັ້ນໜັກວ່າ, ກະຊວງຍຸຕິທຳຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍວຽກງານສ້າງສຳເລັດລະບົບກົດໝາຍຂອງລາວ ແລະ ຊ່ວຍລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຄວາມສາມາດຂອງກະຊວງ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ເລແທ່ງລອງ ກໍ່ສະເໜີໃຫ້ລັດຖະບານລາວ ສືບຕໍ່ແກ້ໄຂບັນດາບັນຫາສັນຊາດໃຫ້ຊາວຫວຽດນາມ ອາໄສຢູ່ລາວ…

        ສ່ວນທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ສະເໜີໃຫ້ກະຊວງຍຸຕິທຳຫວຽດນາມ ເພີ່ມທະວີການແບ່ງປັນບົດຮຽນ ແລະ ຊ່ວຍລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອຍົກສູງກຳລັງຄວາມສາມາດໃຫ້ບັນດາພະນັກງານ ແລະ ພາລະກອນທີ່ເຮັດວຽກໃນບັນດາຂົງເຂດກ່ຽວຂ້ອງເຖິງວຽກງານຕຸລາການ.

        ແລະກໍ່ໃນວັນດຽວກັນຢູ່ນະຄອນຫຼວງວຽງຈັນ, ກະຊວງຍຸຕິທຳຫວຽດນາມ ແລະ ລາວ ໄດ້ຈັດພີທີສະເຫຼີມສະຫຼອງ 35 ປີແຫ່ງການຮ່ວມມືດ້ານຕຸລາການຫວຽດນາມ - ລາວ; ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ