ນາຍົກລັດຖະມົນຕີຫງວຽນຊວັນຟຸກ: ລັດຖະບານຫວຽດນາມຕັດສິນໃຈນຳພື້ນຖານຂະແໜງກົນຈັກຫວຽດນາມກ້າວຂຶ້ນ

(VOVWORLD) -ຕອນເຊົ້າວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກ່ຽວກັບບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການພັດທະນາຂະແໜງກົນຈັກຫວຽດນາມ.

ນາຍົກລັດຖະມົນຕີຫງວຽນຊວັນຟຸກ: ລັດຖະບານຫວຽດນາມຕັດສິນໃຈນຳພື້ນຖານຂະແໜງກົນຈັກຫວຽດນາມກ້າວຂຶ້ນ - ảnh 1

 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: moit.gov.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ຂະແໜງກົນຈັກແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ, ສະນັ້ນ ຖ້າຫາກພັດທະນານັບທັງດ້ານປະລິມານ ແລະ ຄຸນນະພາບເປັນຢ່າງດີ ຈະປະກອບສ່ວນຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນສະພາບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ດ້ວຍພື້ນຖານວິສາຫະກິດອຸດສາຫະກຳກົນຈັກ 21.000 ແຫ່ງ ແລະ ການກຳນົດຍຸດທະສາດເຊິ່ງລັດຖະບານຍົກອອກມາ ຈະສ້າງຂະແໜງກົນຈັກຫວຽດນາມ ໃຫ້ມີການພັດທະນາ.

        “ກ່ອນອື່ນໝົດພວກເຮົາຕ້ອງມີຄວາມມຸ່ງມາດປາດຖະໜາ, ສຸມຈິດສຸມໃຈໃສ່ການພັດທະນາເສດຖະກິດຂອງຫວຽດນາມ, ພັດທະນາກົນຈັກຫວຽດນາມ ເພື່ອເພີ່ມລະບົບມູນຄ່າກົນຈັກທົ່ວໂລກ. ຄືດັ່ງຜູ້ຕາງໜ້າບໍລິສັດ Toyota ເວົ້າວ່າ, ຕ້ອງເຕີບໂຕເປັນຢ່າງດີ ຜະລິດຕະພັນກົນຈັກຈຶ່ງຈຳໜ່າຍໄດ້. ລັດຕ້ອງເຮັດວຽກງານນີ້ ແລະ ນີ້ແມ່ນນະໂຍບາຍມະຫາພາກ ແລະ ອັນນັ້ນແມ່ນສິ່ງທຳອິດທີ່ລັດຖະບານ ຕ້ອງຮັບຜິດຊອບ. ທີ 2 ແມ່ນ, ພວກເຮົາຕ້ອງກຳນົດຕະຫຼາດຢ່າງຈະແຈ້ງກວ່າ, ແບ່ງຂັ້ນຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ, ຈາກນັ້ນມີບັນດານະໂຍບາຍມະຫາພາກຄື: ພາສີ, ດອກເບ້ຍ ເພື່ອໜູນຊ່ວຍຂະແໜງກົນຈັກໃຫ້ດີກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ