ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານາທິບໍດີອີຣານHassanRouhani

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານາທິບໍດີອີຣານHassanRouhani - ảnh 1
ທ່ານ Hassan Rouhani ແລະ ທ່ານ ຫງວຽນ​ຊວນ​ຟຸກ

(vovworld) – ຕອນ​ເຊົ້າ​ວັນ​ທີ 6/10, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani. ​ທີ່​ການ​ພົບ​ປະທ່ານ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ: ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ ອີ​ຣານ ແລະ ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ Hassan Rouhani ໃນ​ຄັ້ງ​ນີ້ ສືບ​ຕໍ່​ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ດ້ວຍ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ​ ຫງວຽນ​ຊວນ​ຟຸກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊີ້​ນຳ​ບັນ​ດາ​ກະ​ຊວງ, ອົງ​ການ​ສຳ​ນັກ​ງານ​ຕ່າງໆ​ຂອງ ຫວຽດ​ນາມ ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຝ່າຍ ອີ​ຣານ ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​​ທີ່ໄດ້​ເປັນ​ເອ​ກະ​ພາບ​ກັນ, ປະ​ຕິ​ບັດ​ການ​ຫັນ​ຄາ​ດ​ໝ​າຍ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 2 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງໂດຍ​ໄວ.

        ສ່ວນ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani ຢັ້ງ​ຢືນ​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ທ່ານ ແມ່ນ​ສະ​ແດງໃຫ້ເຫັນ​ເຈດ​ຈຳ​ນົງ​ການ​ເມືອງ​ຂັ້ນ​ສູງ​ຂອງ ອີ​ຣານ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັ​ບ ຫວຽດ​ນາມ. ທ່ານ Hassan Rouhani ຫວັງ​ວ່າ 2 ຝ່າຍ​ຍູ້​ແຮງ​ການ​ຫັນ​ບັນ​ດາ​ການ​ຮ່ວມ​ມື, ຂໍ້​ຕົກ​ລົງ​ທີ່​ໄດ້​ລົງ​ນາມ​ແລ້ວ ແລະ ບັນ​ດາ​ເນື້ອ​ໃນ​ໄດ້​ເປັນ​ເອ​ກະ​ພາບ​ທ​ີ່ກອງ​ປະ​ຊຸມ​ຂອງ​​ຄະ​ນະກຳ​ມາ​ທິ​ການ​​ລະ​ຫວ່າງ​ລັດ​ຖະ​ບານ​ຄັ້ງ​ທີ 8 ຢູ່ ຮ່າ​ໂນ​້ຍ​ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ.


ຂ່າວ/ບົດ​ອື່ນ