ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂງານບຸນດອກຝາງແດງ 2018

(VOVWORLD) -ງານບຸນດອກຝາງແດງ - ຫາຍຟ່ອງ 2018 ແມ່ນໂອກາດໂຄສະນາເຖິງເພື່ອນມິດພາຍໃນປະເທດ ແລະ ສາກົນກ່ຽວກັບພາບພົດຂອງນະຄອນ ແລະ ຊາວຫາຍຟ່ອງຢ່າງກວ້າງຂວາງ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂງານບຸນດອກຝາງແດງ 2018 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມພິທີໄຂງານບຸນດອກຝາງແດງ - ຫາຍຟ່ອງ 2018

(ພາບ: baochinhphu.vn)

ໂດຍສະເຫຼີມສະຫຼອງ 63 ປີ ແຫ່ງວັນປົດປ່ອຍຫາຍຟ່ອງ, ຕອນຄໍ່າວັນທີ 12 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ໄດ້ຈັດຕັ້ງລາຍການສິລະປະໄຂງານບຸນດອກຝາງແດງ - ຫາຍຟ່ອງ 2018 ພາຍໃຕ້ຫົວຂໍ້ວ່າ “ຫາຍຟ່ອງບືນຕົວອອກສູ່ທະເລກວ້າງໃຫຍ່”. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ອວຍພອນຄະນະພັກ, ອຳນາດການປົກຄອງ ຕະຫຼອດຮອດປະຊາຊົນນະຄອນຫາຍຟ່ອງ.

        ງານບຸນດອກຝາງແດງ - ຫາຍຟ່ອງ 2018 ແມ່ນໂອກາດໂຄສະນາເຖິງເພື່ອນມິດພາຍໃນປະເທດ ແລະ ສາກົນກ່ຽວກັບພາບພົດຂອງນະຄອນ ແລະ ຊາວຫາຍຟ່ອງຢ່າງກວ້າງຂວາງ, ເພື່ອແນໃສ່ຍູ້ແຮງການດຶງດູດການລົງທຶນ, ສ້າງເຄື່ອງໝາຍການຄ້າ ແລະ ພັດທະນາຂະແໜງການທ່ອງທ່ຽວ; ສ້າງບັນຍາກາດຟົດຟື້ນມ່ວນຊື່ນ, ຍົກສູງຄຸນນະພາບຊີວິດວັດທະນະທຳທາງດ້ານຈິດໃຈໃຫ້ແກ່ປະຊາຊົນ.

        ທ່ານ ຫງວຽນວັນຕຸງ ປະທານຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ຢັ້ງຢືນວ່າ ຫຼາຍຄາດໝາຍເສດຖະກິດສັງຄົມຕົ້ນຕໍ ແມ່ນໄດ້ປະຕິບັດປະສົບຜົນສຳເລັດ ແລະ ລື່ນກາຍຄາດໝາຍ. ລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ ແລະ ກ້າວໜ້າ ແມ່ນໄດ້ ແລະ ພວມໄດ້ສ້າງເປັນຮູບປະທຳ. ບັນດາກິດຈະກຳຈຸດສຸມກໍໄດ້ສຳເລັດໄປແລ້ວ ເປັນຕົ້ນແມ່ນ: ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ, ທ່າອາກາດສະຍານ ກາດບີ, ຂົວເຕີນຫວູ - ແລກຮ່ວຽນ ຍາວທີ່ສຸດຢູ່ຫວຽດນາມ, ທ່າກຳປັ່ນສາກົນຫາຍຟ່ອງ ແລະ ອື່ນໆ. ມາຮອດປັດຈຸບັນ, ນະຄອນຫາຍຟ່ອງລະດົມໄດ້ແຫຼ່ງກຳລັງເຂັ້ມແຂງ ເພື່ອກໍ່ສ້າງນະຄອນໃຫ້ກາຍເປັນຈຸດນັດພົບທີ່ດູດດື່ມ, ມີຄວາມສະໜິດຕິດພັນກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ທັງພາຍໃນ ແລະ ຕ່າງປະເທດ ພ້ອມກັບບັນດາໂຄງການມີຂອບຂະໜາດໃຫຍ່ທຽບເທົ່າລະດັບຊາດ ແລະ ພາກພື້ນໃນຂົງເຂດອຸດສາຫະກຳ, ທ່ອງທ່ຽວ, ກະສິກຳ, ສາທາລະນະສຸກ, ການສຶກສາ ແລະ ອື່ນໆ.


ຕອບກັບ

ຂ່າວ/ບົດ​ອື່ນ