ນາຍົກລັດຖະມົນຕີຫງວຽນຊວັນຟຸກເຊັນຂໍ້ຕົກລົງປະກາດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່

(VOVWORLD) -ວັນທີ 01 ກຸມພາ, ທ່ານນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງປະກາດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (2019-nCoV).

ນາຍົກລັດຖະມົນຕີຫງວຽນຊວັນຟຸກເຊັນຂໍ້ຕົກລົງປະກາດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

(ພາບ: VGP)

ຂໍ້ຕົກລົງຊີ້ແຈ້ງວ່າ: ປະກາດເຊື້ອພະຍາດຕິດແປດຢູ່ຫວຽດນາມ. ຊື່ພະຍາດ: ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່. ເວລາເກີດພະຍາດ: ນັບແຕ່ວັນທີ 23 ມັງກອນ 2020 (ເຊິ່ງແມ່ນຈຸດເວລາກວດພົບກໍລະນີຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່). ສະຖານທີ່ ແລະ ຂອບເຂດເກີດພະຍາດ: ແຂວງ ແຄ໊ງຮ່ວາ, ວິ້ງຟູກ, ແທັງຮ໊ວາ (ມີ 6 ກໍລະນີຕິດເຊື້ອພະຍາດດັ່ງກ່າວ). ສາຍເຫດ: ຍ້ອນເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່. ລັກສະນະ, ລະດັບອັນຕະລາຍຂອງພະຍາດ: ເຊື້ອພະຍາດຕິດແປດກຸ່ມ A, ຈັດຢູ່ສະພາບສະພາວະສຸກຮີບດ່ວນທົ່ວໂລກ. ສາຍເຫດຕິດເຊື້ອພະຍາດ: ແຜ່ລະບາດທາງຫາຍໃຈຈາກຄົນສູ່ຄົນ.

          ບັນດາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດ: ປະຕິບັດຕາມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານເຊື້ອພະຍາດຕິດແປດ, ລວມມີ: ສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດ; ແຈ້ງ, ລາຍງານເຊື້ອພະຍາດ; ຈັດຕັ້ງພະຍາບານສຸກເສີນ, ກວດ ແລະ ປິ່ນປົວພະຍາດ; ຈັດຕັ້ງການແຍກຕົວອອກ; ອະນາໄມ, ຂ້າເຊື້ອເຂດມີພະຍາດ; ບັນດາມາດຕະການປ້ອງກັນສ່ວນຕົວ; ຄວບຄຸມການເຂົ້າອອກເຂດມີພະຍາດ…

          ບັນດາຫາກຖານກວດ, ປິ່ນປົວພະຍາດປະຕິບັດການຮັບ, ແຍກຕົວ, ຕິດຕາມ, ປິ່ນປົວຜູ້ຖືກຕິດເຊື້ອພະຍາດ: ໂຮງໝໍຂັ້ນແຂວງ, ສູນກາງ, ໂຮງໝໍໃນຂະແໜງຕຳຫຼວດ, ກອງທັບ ແລະ ບັນດາໂຮງໝໍອື່ນໆທີ່ມີເງື່ອນໄຂ. ໂຮງໝໍກາງສະໜາມ (ເມື່ອໄດ້ປຸກລະດົມ).

          ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ, ບັນດາຮາກຖານສາທາລະນະສຸກ, ອົງການຈັດຕັ້ງ, ສ່ວນບຸກຄົນຜັນຂະຫຍາຍການປະຕິບັດບັນດາຄຳສັ່ງຂອງຄະນະເລຂາສູນກາງພັກ; ການຊີ້ນຳຂອງນາຍົກລັດຖະມົນຕີ; ການຊີ້ນຳຂອງກະຊວງສາທາລະນະສຸກ ແລະ ບັນດາຂໍ້ກຳນົດດ້ານກົດໝາຍທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ