ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງອານຢາງ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງອານຢາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ອານ​ຢາງ
(ພາບ: ເຈີ່ນ​ຫາຍ)

(vovworld) – ຕອນ​ບ່າຍ​ວັນ​ທີ 17/11, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ເມື່ອ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ອານ​ຢາງ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ​ຕ້ອງ​ມີ​ມາດ​ຕະ​ການ​ຂຸດ​ຄົ້ນ​ທ່າ​ແຮງ​ທາງ​ນ້ຳ​ພາຍ​ໃນ, ຊຸກ​ຍູ້​ການ​ເຕີບ​ໂຕ​ຢູ​່ທ້ອງ​ຖິ່ນຢ່າງ​ມີ​ປະ​ສິດ​ທິ​ຜົນ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕີ​ລາ​ຄາ​ສູງ​ທ່າ​ແຮງ​ຂອງ​ແຂວງ ອານ​ຢາງ ກ່ຽວກ​ັບ​ຄວາມ​ສາມ​າດ​ບົ່ມ​ຊ້ອນ​ໃນ​ກາ​ນ​ພັດ​ທະ​ນາກະ​ສິ​ກຳ​ ແລະ ການ​ທ່ອງ​ທ່ຽວ. ແຕ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ເອົາ​ໃຈ​ໃສ່​ເຖິງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂ​ອງ​ແຂວງບໍ່​ທັນ​ສ້າງ​ຄວາມ​ດຶງ​ດູດ​ເທື່ອ.

        ​ແລະ​ກໍ່​ໃນຕອນ​ຄ່ຳ​ວັນ​ທີ 17/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫຼີມ​ສະຫຼອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ (18/11/1930 – 18/11/2016) ຂອງ​ເຂດ​ຊຸມ​ຊົນ​ໜ່ວຍ 1, 2, 10 ແລະ 11 ຕາ​ແສງ ດ້ຽນ​ບຽ​ນ, ເມືອງ ບາ​ດິ່ງ, ຮ່າ​ໂນ້ຍ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ​ຊົມ​ເຊີຍ​ບັນ​ດາ​ໝາກ​ຜົນ​ອັນ​ດີ​ງາມ​ຈາກ​ບັນ​ດາ​ຂະ​ບວນ​ການ​ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ຂອງ​ນະ​ຄອນ ຮ່າ​ໂນ້ຍ ເວົ້າ​ລວມ ແລະ ເຂດ​ຊຸມ​ຊົນ​ໜ່ວຍ 1, 2, 10 ແລະ 11 ຂ​ອງຕາ​ແສງ ດ້ຽນ​ບຽ​ນ ເວົ້າ​ສະ​ເພາະ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ:

        “ນອກ​ຈາກ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ອັນ​ໃຫຍ່ຫຼວງ, ພວກ​ເຮົາ​ຕ້ອງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ລະ​ອຽດ, ຮ່ວມ​ແຮງ​ຮ່ວມ​ໃຈ​ ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ກ່​ວາ​ອີກ​​ນັບທັງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ, ປະ​ຕິ​ບັດ​ຂະ​ບວນ​ການ​ຮັບ​ປະ​ກັນ​​ຄວາມ​ປອດ​ໄພຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ທ້ອງ​ຖິ່ນ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ພໍ່​ແມ່​ປະ​ຊາ​ຊົນ, ອົງ​ການ​ແນວ​ໂຮມ​​ຈະປະ​ກອບ​ຄຳ​ເຫັນ​ເພື່ອກໍ່​ສ້າງ​ພັກ. ຢາກ​​ໃຫ້​ພັກ​ມີ​ຄວາມເຂັ້ມ​ແຂງ​​ແມ່ນຕ້ອງ​ມີ​ປະ​ຊາ​ຊົນ. ຢາກ​ໃຫ້​ພັກປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ​ຕ້ອງ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ໃຫ້​ດີ​ກ່​ວາ​ອີກ.”


ຂ່າວ/ບົດ​ອື່ນ