ນາຍົກລັດຖະມົນຕີຫງວຽນເຕິນຢຸງຕ້ອນຮັບຜູ້ອຳນວຍການADBແລະເອກອັກຄະລັດຖະທູດແດນມາກປະຈຳຫວຽດນາມ

ນາຍົກລັດຖະມົນຕີຫງວຽນເຕິນຢຸງຕ້ອນຮັບຜູ້ອຳນວຍການADBແລະເອກອັກຄະລັດຖະທູດແດນມາກປະຈຳຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຕ້ອນຮັບ​​ຜູ້​ອຳ​ນວ​ຍ
ການ​ແຫ່ງ​ຊາດ​ທະນາຄານ​ພັດທະນາ​ອາຊີ (ADB)
(ພາບ: VGP/Nhật Bắc)


(vovworld) – ​ ​ວັນ​ທີ 18/6, ທີ່​ການ​ຕ້ອນຮັບ​​ຜູ້​ອຳ​ນວ​ຍການ​ແຫ່ງ​ຊາດ​ທະນາຄານ​ພັດທະນາ​ອາຊີ (ADB) ປະຈຳ​ຫວຽ​ດນາມ Tomoyuki Kimura ​ເຂົ້າຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ປະຕິບັດ​ງານ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຂອງ ADB ສຳລັບ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​​​ແມ່ນ​ໃນ​ນະ​ໂຍບາຍ​ໜູນ​ຊ່ວຍ​ດ້ານ​ເຕັກນິກ, ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້ ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ. ສ່ວນ​ທ່ານ​ຜູ້ອຳນວຍການ ADB ປະຈຳ​ຫວຽດນາມ Tomoyuki Kimura ຕີ​ລາຄາ​ສູງຜົນສຳ​ເລັດ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ, ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດມະ​ຫາ​ພາກ, ບັນລຸ​ລະດັບ​ເຕີບ​ໂຕ​ສູງ, ​ແກ້​ໄຂ​ບັນຫາຮັບປະກັນ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ. ທ່ານ Tomoyuki Kimura ຢືນຢັນ​ວ່າ: ຍາມ​ໃດ​ ADB ກໍ​ຮຽງ​ບ່າ​ຮຽງ​ໄຫຼ່ກັບ ຫວຽດນາມ​ ບົນ​ເສັ້ນທາງ​ພັດທະນາ.

​      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​​ແດນ​ມາກ John Nielsen ​ ເຂົ້າຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາ​ກສືບ​ຕໍ່ ພ້ອມ​ກັບ ​​ແດນ​ມາກ ນຳ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ 2 ປະ​ເທດໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດລວມ​ໃຫ້​​ແກ່ປະຊາຊົນ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ John Nielsen ຢັ້ງຢືນ​ວ່າ: ​​ແດນ​ມາກ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ; ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ການ​ຮ່ວມ​ມືດ​້ານວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ລະຫວ່າງ 2 ປະ​ເທດ ​ແລະ 2 ຊາດ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ