ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຮຽກຮ້ອງບໍ່ປະໃຫ້ປະຊາຊົນຖືກເສຍຫາຍຍ້ອນໄພແຫ້ງແລ້ງ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຮຽກຮ້ອງບໍ່ປະໃຫ້ປະຊາຊົນຖືກເສຍຫາຍຍ້ອນໄພແຫ້ງແລ້ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​​ເປັນ​ປະທານ​
ກອງ​ປະຊຸມ​
(ພາບ: Việt Tường)

(vovworld) – ຕອນ​ເຊົ້າ​ວັນ​ທີ 7/3, ຢູ່​ນະຄອນ ​ເກີນ​ເທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​​ເປັນ​ປະທານ​ກອງ​ປະຊຸມ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ບັນດາ​​ແຂວງ, ນະຄອນ​ໃນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ຮີບ​ດ່ວນ​ແນ​ໃສ່​ຈຳ​ກັດ​ຄວາມ​ເສຍ​ຫາຍ​ໃຫ້​ຢູ່​ໃນ​ລະດັບ​ຕຳ່​ສຸດ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ຖືກ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ກຳນົດ​ແຫຼ່ງກຳລັງ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ພວມ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຈາກ​ສະພາບ​ນຳ້ທະ​ເລ​ຂຶ້ນ​ສູງ, ​ໄພ​ແຫ້ງ​ແລ້ງ ​ແລະ ນຳ້​ເຄັມ​ຊຶມ​ເຂົ້າ​ເຂດ​ທົ່ງພຽງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້​ບັນດາ​​ແຂວງ ​ໃນ​ເຂດ​ດ້ວຍ​ການ​ນຳ​ໃຊ້​ທຸກ​ມາດ​ຕະການ, ທຸກ​ວິທີ​ການ​ຕ້ອງ​ຮັບປະກັນ​ນຳ້​ສະອາດ​ໃຫ້​ປະຊາຊົນ, ບໍ່​ປະ​​ໃຫ້​ໂລກລະບາດ​ເກີດ​ຂຶ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ: ລັດຖະບານ​ຈະ​ສະໜອງ​ຈຳນວນ​ເງິນ 137 ຕື້​ດົ່ງ​ໃຫ້ 9 ​ແຂວງ​ຖືກ​ຜົນ​ສະທ້ອນ​ຈາກ​ໄພທ​ຳມະ​ຊາດ​ດັ່ງກ່າວ.

 

ຂ່າວ/ບົດ​ອື່ນ