ນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ2014

ນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ2014  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ໋ນ​ຢູ້ງ
(ພາບ: ອີນເຕີເນັດ)

(vovworld) -ວັນ​ທີ 21/5, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມາ​ຮອດ​ນະຄອນຫຼວງ​ມາ​ນີລາ ປະ​ເທດ​ຟີ​ລິບ​ປິນ ​ເຂົ້າຮ່ວມ​ເວລທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ 2014, ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຟີ​ລິບ​ປິນ ​ແຕ່​ວັນ​ທີ 21-22/5.

  ຕອນ​ບ່າຍ​ຂອງ​ວັນ​ທີ 21/5, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸ​ສາ​ວະລີ​ປະທານ​ໂຮ່ຈິ​ມິນ​ທີ່​ສວນສາທາລະນະ​ອາ​ຊຽນ Intramuros Manila, ປະທານາທິບໍດີ ຟີ​ລິບ​ປິນ Benigino A.Aquino III ​ເປັນ​ປະທານ​ພິທີ​ຕ້ອນຮັບທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຢູ່​ທຳນຽບປະທານາ ທິບໍດີ. ການ​ນຳ​ສອງ​ທ່ານ​ດຳ​ເນີນ​ການ​ເຈລະ​ຈາ​, ​ແລກປ່ຽນ​ການກ​ກຳນົດທິດ ​ແລະ ​ເອກະ​ພາບບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-ຟີ​ລິບ​ປິນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ລະອຽດ​ໃນ​ໂຄງການ​ດຳ​ເນີນ​ງານ​ໄລຍະ 2011-2016 ຊື່​ງສອງ​ຝ່າຍ​ໄດ້​ລົງ​ນາມ​ແລ້ວ, ພິ​ເສດ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ສົ່ງ​ອອກ​ເຂົ້າສານ, ຜະລິດ​ຕະພັນ​ກະ​ເສດ….​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ວັດທະນະທຳ,ກິລາ ​ແລະ ການທ່ອງ ທ່ຽວ…. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ປະທານາທິບໍດີ ຟີ​ລິບ​ປິນ Benigino A.Aquino III ຍັງ​ສຸມ​ໃສ່​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ​ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນພົ້ນ​ເດັ່ນ​ແມ່ນ​ສະພາບ​ການ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ./.

ຂ່າວ/ບົດ​ອື່ນ