ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກລົງເຮັດວຽກຢູ່ແຂວງຢາລາຍ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກລົງເຮັດວຽກຢູ່ແຂວງຢາລາຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ​ຢາ​ລາຍ

(vovworld)- ຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ນະ​ຄອນ​ປ​ໄລ​ກູ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ໄດ້​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ​ຢາ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່ເສດ​ຖະ​ກິດ-ສັງ​ຄົມ. ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ພັດ​ທະ​ນາ​ແຂວງ​ຢາ​ລາຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ການຊີ້​ນຳ​ວ່າ : 

    “ ແຂວງ​ຕ້ອງ​ຕັດ​ສິນ​ໃຈ​ໃຫຍ່, ມີ​ມາດ​ຕະ​ການ​ລະ​ອຽດ, ມີ​ຄວາມຄາດ​ຫວັງ​ຢ່າງ​ແຂງ​ແຮງ ຈຶ່ງ​ສາ​ມາດ​ພັດ​ທະ​ນາ​ໄດ້. ຖ້າ​ຫາກບໍ່​ມີ​ຈິ​ດ​ໃຈ​ດັ່ງ​ກ່າວ ກໍ​ຍາກ​ທີ່​ຈະ​ສາ​ມາດ​ແກ້​ໄຂ​ສະ​ພາບ​ການ​ຂອງ​ແຂວງ​ໄດ້. ໃນ​ນັ້ນ ແຂວງ​ຕ້ອງ​ສຸມ​ໃສ່ຫຼຸດ​ຜ່ອນ​ຄອບ​ຄົວ​ທຸກ​ຍາກ, ປະ​ຕິ​ບັດ​ຊົນ​ເຜົ່າ​ໃຫ້​ດີ​ກ່​ວາ, ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ແຜນ​ການ ແລະ ເປົ້າໝາຍ​ປີ 2017, ສືບ​ຕໍ່​ສ້າງ​ເຂດ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ສະ​ອາດ, ຍູ້​ແຮງການ​ປູກ​ປ່າ, ຊັບ​ຊ້ອນ​ບັນ​ດາ​ບໍ​ລິ​ສັດ​ປ່າ​ໄມ້​ຄືນ, ສ້າງ​ບາງ​ເຄື່ອງ​ໝາຍ​ການ​ຄ້າ​ໃຫຍ່ ”.

      ແລະ ກໍ​ໃນຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ນະ​ຄອນ​ປ​ໄລ​ກູ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ເຂົ້າຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ​ຢາ​ລາຍ​ປີ 2016ດ້ວຍ​ຫົວ​ຂໍ້ : “ ຢາ​ລາຍ-ຄວາມ​ສາ​ມາດ​ບົ່ມ​ຊ້ອນ-ການ​ຮ່ວມ​ມື-ພັດ​ທະ​ນາ ”. ຕາມທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ ແລ້ວ, ເພື່ອ​ດຶງ​ດູດ​ການ​ລົງ​ທຶນ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ​ຂອ​ງຢາ​ລາຍຕ້ອງ​ກາຍ​ເປັນ​ອຳ​ນາດ​ການ​ປົກ​ຄອງ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກ​ິດ, ພ້ອມ​ກັນ​ແບ່ງ​ປັນ​ຄວາມ​ປະ​ລາ​ໄຊ​ກໍ​ຄື​ຜົນ​ສຳ​ເລັດ​ກັບ​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຮາກ​ຖານ. ແລະ ອຳ​ນາດ​ການ​ປົກ​ຄອງ​ຕ້ອງ​ລະ​ດົມ​ກຳ​ລັງ​ໃຈ, ເຊີ​ດຊູບຸກ​ຄົນ​ດີ, ວິ​ສາ​ຫະ​ກິດ​ທີ່​ກ້າ​ຄິດ​ກ້​າທຳ.
ຂ່າວ/ບົດ​ອື່ນ