ນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກຕ້ອນຮັບຜູ້ປະສານງານສປ​ຊາດປະຈຳຫວຽດນາມ

ນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກຕ້ອນຮັບຜູ້ປະສານງານສປ​ຊາດປະຈຳຫວຽດນາມ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽນ​ຊວນ​ຟຸກ ​ຕ້ອນ​ຮັບ
ທ່ານນາງ Pratibha Mehta, ຜູ້​ປະ​ສານ​ງານ​ສະ​ຫະ​ປະ​ຊາ​ຊາດ ປະ​ຈຳຫວຽດ​ນາມ)


(vovworld)- ຕອນ​ບ່າຍ​ ວັນ​ທີ 24/10, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ນາ​ຍົກ​ລັດ​ຖະ​ມ​ົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ ນາງ Pratibha Mehta, ຜູ້​ປະ​ສານ​ງານ​ສະ​ຫະ​ປະ​ຊາ​ຊາດ ປະ​ຈຳຫວຽດ​ນາມ, ເຂົ້າ​ຢ້ຽມ​ອຳ​ລາ​​ ເນື່ອງ​ໃນສີ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ. ທີ່​ການ​ຕ້ອນ​ຮັບ, ທ່ານ​ ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: ບັນ​ດາ​ຜົນ​ງານ ດ້ານ​ເສດ​ຖະ​ກິດ-ສັງ​ຄົມ​ ຂອງຫວຽດ​ນາມ ມີ​ການ​ປະ​ກອ​ບ​ສ​່ວນບໍ່​ໜ້ອຍ​ ຂອງ​ປະ​ຊາ​ຄົມ​ສາ​ກົນ, ໃນ​ນັ້ນ​ມີ​ສະ​ຫະ​ປະ​ຊາ​ຊາດ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕ​ໍ່ກ​າ​ນສະ​ໜັບ​ສະ​ໜູນ ແລະ ​ການຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ຂອງ​ບັນ​ດາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່ຮ່ວມ​ເດີນ​ທາງ​ພ້ອມ​ຫວຽດ​ນາມ ໃນ​ເກືອບ 40 ປີ ຜ່ານ​ມາ. ຫວຽດ​ນາມ ຈະ​ສືບ​ຕໍ່ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ ເຂົ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​ ຂອງ​ສະ​ຫະ​ປະ​ຊາ​ຊາດ, ໃນ​ນັ້ນ ມີ​ເລື່ອງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ ​ຮັກ​ສາ​ສັນ​ຕິ​ພາບ; ແບ່ງ​ປັນ, ແລ​ກ​ປ່ຽນ​ບົດ​ຮຽນ​ໃນ​ຂົງ​ເຂດ​ພັດ​ທະ​ນາ; ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາ​ມາ​ນະ​ພະ​ຍ​າ​ຍາມ​ປັບ​ປຸງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ; ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ ສະ​ພາ​ເສດ​ຖະ​ກິດ-ສັງ​ຄົມ ທີ່​ດີ ຂອງສະ​ຫະ​ປະ​ຊາ​ຊາດ (ECOSOC) ​ໃນອາ​ຍຸ​ການ 2016-2018…

        ສ່ວນ ​ທ່ານ ​ນາງ Mehta ໃຫ້​ຮູ້​ວ່າ: ທ່ານ Ban-ki-mun ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ກໍ່​ຄື​ບັນ​ດາ​ສະ​ມາ​ຊິກ​ ຂອງ​ສະ​ຫະ​ປະ​ຊາຊາດ ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ບົດ​ບາດ​ຕັ້​ງ​ໜ້າ​ ຂອງ​ຫວຽດ​ນາມ, ໃນ​ນັ້ນ​ມີ​​ເລື່ອງ​ຮັກ​ສາ​ສັນ​ຕິ​ພາບ​ ໃນ​ພາກ​ພື້ນ ແລະ ສາ​ກົນ. ຫວຽດ​ນາມ ບັນ​ລຸ​ໄດ້​ສ່ວນຫຼາຍ​ບັນ​ດາ​ເປົ້າ​ໝາຍ​ສະ​ຫ​ັດສະ​ວັດ, ເປັນ​ຕົ້ນ​ແມ່ນ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ຫະ​ປະ​ຊາ​ຊາດ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ຫວຽດ​ນາມ​ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ທີ່​ຍັງ​ບໍ່​ສຳ​ເລັດ ເຊັ່ນ: ການ​ປ້ອງ​ກັນ​ຕ້ານ​ເຊື້ອ HIV, ການພັດ​ທະ​ນາ​ສະ​ພາບ​ແວດ​ລ້ອມ​ແບບ​ຍືນ​ຍົງ. ສະ​ຫະ​ປະ​ຊາ​ຊາດ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ກັບ​ການ​ພັດ​ທະ​ນາ ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ