ນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມກອງປະຊຸມ ASEM 12 ແລະ ພົບປະ 2 ຝ່າຍຢູ່ນອກກອງປະຊຸມ ASEM 12

(VOVWORLD) -ຕອນຄ່ຳວັນທີ 18 ຕຸລາ, ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດອາຊີ - ເອີລົບ ຄັ້ງທີ 12 (ASEM 12) ຖືກໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫຼວງ Brussels, ລາຊະອານາຈັກແບນຊິກ. ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າເຂົ້າຮ່ວມກອງປະຊຸມ.
ນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມກອງປະຊຸມ ASEM 12 ແລະ ພົບປະ 2 ຝ່າຍຢູ່ນອກກອງປະຊຸມ ASEM 12 - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາເອີລົບ Donald Tusk ຕີລາຄາສູງບັນດາຜົນງານຂອງເວທີປາໄສ ນັບແຕ່ກອງປະຊຸມສຸດຍອດ ASEM 11 ຢູ່ Ulan Bator, ປະເທດມົງໂກນ ເມື່ອປີ 2016, ຍົກສູງບົດບາດຂອງ ASEM ແມ່ນກົນໄກ່ຮ່ວມມື, ເຈລະຈາທີ່ສຳຄັນແຖວໜ້າລະຫວ່າງ 2 ທະວີບ, ນຳໜ້າໃນການຊຸກຍູ້ການຮ່ວມມື 2 ຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ.

        ດ້ວຍຫົວຂໍ້ “ອາຊີ ແລະ ເອີລົບ: ການພົວພັນຄູ່ຮ່ວມມືທົ່ວໂລກເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ”, ກອງປະຊຸມ ASEM 12 ມີຄວາມໝາຍສຳຄັນ ເພື່ອແນໃສ່ວາງອອກການກຳນົດທິດ, ວິໄສທັດໃນການຮ່ວມມື ASEM ໃນທົດສະວັດໃໝ່ ໂດຍອີງໃສ່ ທັງ 3 ເສົາຄ້ຳນັ້ນແມ່ນ: ການປຶກສາຫາລືດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ ແລະ ການຮ່ວມມືໃນບັນດາຂົງເຂດອື່ນໆ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 18 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ASEM 12, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ແລະ ທ່ານນາງນາຍົກລັດຖະມົນຕີນອກແວ Erna Solberg.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ຮັກສາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ເປັນປະຈຳ; ເພີ່ມທະວີການຊີ້ນຳ, ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດຕັ້ງໜ້າແລກປ່ຽນ, ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຄ້າ 2 ຝ່າຍໃຫ້ພັດທະນາຢ່າງສະໝ່ຳສະເໝີ, ໝັ້ນຄົງ ໄປຄຽງຄູ່ກັບການຫຼຸດຜ່ອນການນຳເຂົ້າເກີນດຸນຂອງຫວຽດນາມ; ສ້າງເງື່ອນໄຂນຳເຂົ້າທີ່ສະດວກ ແລະ ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ.

        ສ່ວນທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ປາດຖະໜາວ່າ, 2 ຝ່າຍຈະກຳແໜ້ນກາລະໂອກາດຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ; ຄວບຄຸມສະພາບການໃຫ້ເປັນຢ່າງດີ ແລະ ແກ້ໄຂບັນດາການຂັດແຍ້ງກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ປະກອບສ່ວນຊຸກຍູ້ການພົວພັນຄູ່່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາແບບຍືນຍົງ, ໝັ້ນຄົງ.

        ໃນການພົບປະກັບທ່ານນາງນາຍົກລັດຖະມົນຕີນອກແວ Erna Solberg, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບນຳກັນຄວນເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກຂົງເຂດ ການເມືອງ - ການທູດ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ… ສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນຂອບເຂດສະຫະປະຊາຊາດ. ນາຍົກລັດຖະມົນຕີ 2 ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນຂອງທະເລ, ເຫັນດີນຳກັນວ່າ ບໍ່ພຽງແຕ່ອະນຸລັກຮັກສາເທົ່ານັ້ນ, ຫາກຕ້ອງພັດທະນາແບບຍືນຍົງ ແລະ ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ ຄວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ບັນດາພາກພື້ນ ກໍຄືໃນທົ່ວໂລກ, ບົນພື້ນຖານກົດໝາຍສາກົນ, ບັນດາຫຼັກການພື້ນຖານຂອງສະຫະປະຊາຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ