ນາຍົກລັດຖະມົນຕີອັງກິດ ຖະແຫຼງ ຈະລາອອກຈາກຕໍາແໜ່ງພາຍຫຼັງຂໍ້ຕົກລົງໄດ້ຮັບການຮັບຮອງເອົາ

(VOVWORLD) -ທ່ານນາງກ່າວວ່າ “ຂ້າພະເຈົ້າພ້ອມແລ້ວລາອອກຈາກຕໍາແໜ່ງໄວກວ່າການຄາດຄິດກ່ອນໜ້ານີ້ຂອງຕົນ ເພື່ອຮັບປະກັນບັນດາສິ່ງທີ່ຖືກຕ້ອງທີ່ສຸດໃຫ້ແກ່ປະເທດ ແລະ ພັກຂອງພວກເຮົາ”.

ທີ່ກອງປະຊຸມກັບຄະນະກໍາມະການ 1922 ທີ່ຈັດຂຶ້ນໃນຕອນບ່າຍວັນທີ 27 ມີນາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ໃຫ້ຄໍາໝັ້ນໝາຍຕໍ່ໜ້າສະມາຊິກລັດຖະສະພາຂອງພັກນິຍົມຮັກສາເດີມປະມານ 300 ຄົນວ່າ ທ່ານນາງຈະລາອອກຈາກຕໍາແໜ່່ງ ຖ້າຫາກເຂົາເຈົ້າສະໜັບສະໜູນຂໍ້ຕົກລົງ Brexit. ທ່ານນາງກ່າວວ່າ “ຂ້າພະເຈົ້າພ້ອມແລ້ວລາອອກຈາກຕໍາແໜ່ງໄວກວ່າການຄາດຄິດກ່ອນໜ້ານີ້ຂອງຕົນ ເພື່ອຮັບປະກັນບັນດາສິ່ງທີ່ຖືກຕ້ອງທີ່ສຸດໃຫ້ແກ່ປະເທດ ແລະ ພັກຂອງພວກເຮົາ”.

        ເພື່ອຮັບປະກັນໃຫ້ຂໍ້ຕົກລົງ Brexit ສາມາດຜ່ານຜ່າ “ຮົ້ວກີດຂວາງ” ຂອງ ສະພາຕໍ່າໃນໄລຍະຈະມາເຖິງ, ທ່ານນາງ Theresa May ໄດ້ຮຽກຮ້ອງທຸກຄົນທີ່ມີໜ້າໃນກອງປະຊຸມສະໜັບສະໜູນຂໍ້ຕົກລົງ Brexit ເພື່ອອາດຈະປະຕິບັດສໍາເລັດພາລະກໍາປະຫວັດສາດ ຕາມການຕັດສິນໃຈຂອງປະຊາຊົນ ອັງກິດ ແລະ ຖອນຕົວອອກຈາກ ອີຢູ ຢ່າງສະດວກ ແລະ ເປັນລະບຽບຮຽບຮ້ອຍກວ່າ.  ທ່ານນາງສະແດງຄວາມປາດຖະໜາຢາກນໍາຂໍ້ຕົກລົງ Brexit ໄປປ່ອນບັດຄັ້ງທີ 3 ໃນອາທິດນີ້, ພາຍຫຼັງຖືກປະຕິເສດມາແລ້ວ 2 ຄັ້ງ

        ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ວັນທີ 27 ມີນາ, ບັນດາສະມາຊິກລັດຖະສະພາອັງກິດ ກໍໄດ້ດໍາເນີນການປຶກສາຫາລື ແລະ ປ່ອນບັດກ່ຽວກັບ 8 ຂໍ້ສະເໜີໃໝ່ ສໍາລັບ ວິວັດທະນາການ ອັງກິດຖອນຕົວອອກຈາກ ອີຢູ, ແຕ່ບໍ່ມີຂໍ້ສະເໜີໃດໆໄດ້ຮັບການຮັບຮອງເອົາ.

        ແລະໃນການປ່ອນບັດ, ທ່ານນາງ Theresa May ໄດ້ຮັບການສະໜັບສະໜູນຈາກບັນດາສະມາຊິກລັດຖະສະພາ ເຫັນດີຕໍ່ເລື່ອງປ່ຽນແປງວັນເວລາ ອັງກິດ ຖອນຕົວອອກຈາກ ອີຢູ ດ້ວຍຈໍານວນບັດສະໜັບສະໜູນແມ່ນ 441 ບັດ ແລະ ບັດຄັດຄ້ານແມ່ນ 105 ບັດ. 

ຕອບກັບ

ຂ່າວ/ບົດ​ອື່ນ