ນາຍົກລັດຖະມົນຕີເປັນປະທານກອງປະຊຸມຂະແໜງແຜນການ ແລະ ການລົງທຶນທົ່ວປະເທດ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມຂະແໜງແຜນການ ແລະ ການລົງທຶນທົ່ວປະເທດ - ảnh 1
ກອງປະຊຸມຂະແໜງແຜນການ ແລະ ການລົງທຶນທົ່ວປະເທດ
(ພາບ: chinhphu.vn)


(vovworld) –  ຕອນ​ເຊົ້າ​ວັນ​ທີ 07/08, ຢູ່​ດ່າ​ນັ້ງ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມຂະ​ແໜງ​ແຜນການ ​ແ​ລະ ການ​ລົງທຶນທົ່ວ​ປະ​ເທດ ປີ 2014. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸ​ມ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິງ ຊີ້​ແຈ້ງວ່າ ​ສະພາ​ແຫ່ງ​ຊາດ​ຫາກໍ່ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ. ນີ​ແມ່ນ​ບາດກ້າວ​ຫັນປ່ຽນ​ສຳຄັນ, ນຳ​ວຽກ​ງານ​ວາງ​ແຜນການ ​ແລະ ລົງທຶນ​ຂອງ​ປະ​ເທດ​ຊາດ​​ໃຫ້​ມີ​ລະບຽບ. ​ເລື່ອງຫັນປ່ຽນ​ວຽກ​ງານ​ຈາກ​ແຜນການ​ປະຈຳ​ປີ ຫັນ​ເປັນ​ແຜນການ 5 ປີ ຈະ​ຮັບປະກັນ​ລັກສະນະ​ມັດທະຍັດ, ຍາວ​ນານ​ຂອງ​ການ​ລົງທຶນ​ພາກ​ລັດ, ​ເໝາະ​ສົມ​ກັບ​ຍຸດ​ທະ​ສາດ… ທ່ານ​ລັດຖະມົນຕີ ບຸຍກວາງ​ວິ​ງ ຖື​ວ່າ ​ເລື່ອງ​ຜັນ​ຂະຫຍາຍ​ວຽກ​ງານ​ແຜນການ ​ແລະ ການ​ລົງທຶນ​ໃນ​ຈຸດ​ເວລາປະຈຸ​ບັນ​ແມ່ນ​ສຳຄັນ​ຍິ່ງ, ປະກອບສ່ວນ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ໄລຍະ 2016 – 2020 ​ໃຫ້​ບັນລຸ​ຜົນສຳ​ເລັດ. ທ່ານ​ລັດຖະມົນຕີ ບຸຍກວາງ​ວິ​ງ ກ່າວ​ວ່າ.

        “ທ້ອງ​ຖິ່ນ​ຕ່າງໆ​ພວມ​ສ້າງ​ບົດ​ລາຍ​ງານ​ການ​ເມືອງ ກໍ່​ຄື​ແຜນການ 5 ປີ​ເພື່ອ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ ​ໃນ​ປີ 2015 ພ້ອມ​ທັງ​ບັນດາ​ອະນຸ​ກຳມະການ​ເສດຖະກິດ, ອະນຸ​ກຳ​ມະ​ການ​​ເອກະສານ​ການ​ເມືອງ​ຂອງ​ສູນ​ກາງ ກໍ່​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ບົດ​ລາຍ​ງານ​ດ້ານ​ເສດຖະກິດ ກໍ່​ຄື​ບົດ​ລາຍ​ງານ​ການ​ເມື​ອງ​ໃຫ້​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 12. ນີ​້ແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້​ພວກ​ເຮົາ​ຜັນ​ຂະຫຍາຍ​ບັນດາ​ບັນຫາ​ເພື່ອ​ໃຫ້​ມີ​ທິດ​ທາງ​​ແກ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ກໍ່​ຄື​ສ້າງ​ແຜນການ 5 ປີ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 2016 – 2020, ​ແຜນການ​ລົງທຶນພາກລັດ​ໄລຍະ​ກາງ ຮັບປະກັນ​ປະຕິບັດ​ບັນດາ​ຄາດໝາຍ​ເຊິ່ງພັກ, ລັດ ​ໄດ້​ກຳນົດ​ໃນ 5 ປີ​ຈະ​ມາ​ເຖິງ.”

        ກອງ​ປະຊຸມ​​ຂະ​ແໜງ​ແຜນການ ​ແ​ລະ ການ​ລົງທຶນທົ່ວ​ປະ​ເທດ​ຈະ​ອັດ​ລົງ​ໃນ​ວັນ​ທີ 08/08.

ຂ່າວ/ບົດ​ອື່ນ