ນາຍົກລັດຖະມົນຕີເປັນປະທານກອງປະຊຸມນັດສາມັນເດືອນ ສິງຫາ ຂອງລັດຖະບານ

(VOVWORLD) - ຕອນບ່າຍວັນທີ 30 ສິງຫາ, ໂດຍສືບຕໍ່ກອງປະຊຸມນັດສາມັນເດືອນ ສິງຫາ ຂອງລັດຖະບານ, ບັນດາສະມາຊິກລັດຖະບານໄດ້ປຶກສາຫາລືບັນດາເນື້ອໃນກ່ຽວກັບສະພາບການເສດຖະກິດສັງຄົມໃນເດືອນ ສິງຫາ ແລະ 8 ເດືອນປີ 2018.
ນາຍົກລັດຖະມົນຕີເປັນປະທານກອງປະຊຸມນັດສາມັນເດືອນ ສິງຫາ ຂອງລັດຖະບານ - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມນັດສາມັນເດືອນ ສິງຫາ ຂອງລັດຖະບານ (ພາບ: VGP)

ລັດຖະບານກໍ່ປະກອບຄຳເຫັນໃສ່ບົດລາຍງານຕີລາຄາກາງສະໄໝສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ການລົງທຶນພາກລັດໄລຍະກາງ 2016 – 2020; ແຜນການການເງິນ - ງົບປະມານແຫ່ງລັດ 3 ປີ 2019 - 2021...

ສະຫລຸບກອງປະຊຸມ, ກ່ຽວກັບສະພາບການເສດຖະກິດສັງຄົມ 8 ເດືອນປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຮູ້ໝາກຜົນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ອຳນາດການປົກຄອງທຸກຂັ້ນໄດ້ມີຄວາມເອົາໃຈໃສ່ເຖິງວຽກງານແກ້ໄຂ, ຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດຫລາຍກ່ວາ. ກ່ຽວກັບໜ້າທີ່ແຕ່ນີ້ຮອດທ້າຍປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າ “ບໍ່ໄດ້ລະເຫລີງ, ບໍ່ປະໝາດ. ຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ວາງອອກຢ່າງຂ້ຽວຂາດ ແລະ ຄົບຊຸດ. ຮັກສາລະບຽບວິໄນຂອງການບໍລິຫານ. ສືບຕໍ່ເຊີດຊູບົດບາດຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າໃນໜ້າທີ່ວຽກງານຂອງກະຊວງ, ຂະແໜງການ, ທ້ອງຖິ່ນ”. ພິເສດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳວ່າ ຕ້ອງມີບັນດາມາດຕະການລະອຽດກ່ຽວກັບຂໍ້ມູນການເຝົ້າລະວັງ,ປ້ອງກັນ, ຕ້ານຝົນໜັກ, ນ້ຳຖ້ວມ, ໄພພິບັດທຳມະຊາດ, ຮັບປະກັນຄວາມສະຫງົບ, ຄວາມປອດໄພທາງຄົມມະນາຄົມ, ປ້ອງກັນຕ້ານອັກຄີໄຟໃນໂອກາດວັນຊາດ 02 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ