ນາມມະຍົດ ຊາວເຄວ 2018 ເຊີດຊູ 73 ຜະລິດຕະພັນ, ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ

(VOVWORLD) - ສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 15 ປີແຫ່ງວັນນາມມະຍົດ ຊາວເຄວ, ໄດ້ປະກາດ ແລະ ມອບນາມມະຍົດ ຊາວເຄວ 2018 ໃຫ້ແກ່ 73 ຜະລິດຕະພັນ

ນາມມະຍົດ ຊາວເຄວ 2018 ເຊີດຊູ 73 ຜະລິດຕະພັນ, ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ - ảnh 1ພິທີມອບລາງວັນຈັດຕັ້ງໃນວັນທີ 21 ເມສາ

(ພາບ: Dantri.com.vn)

ວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 15 ປີແຫ່ງວັນນາມມະຍົດ ຊາວເຄວ, ໄດ້ປະກາດ ແລະ ມອບນາມມະຍົດ ຊາວເຄວ 2018 ໃຫ້ແກ່ 73 ຜະລິດຕະພັນ, ການບໍລິການ ແລະ ມາດຕະການຊອັບແວ, ເຕັກໂນໂລຢີຂໍ້ມູນຂ່າວສານທີ່ດີເດັ່ນຂອງ ຫວຽດນາມ ໃນປີ 2018.

        ປີ 2018, ນາມມະຍົດຊາວເຄວ ໄດ້ຮັບການສະເໜີ 103 ຜະລິດຕະພັນ ແລະ ການບໍລິການຈາກ 80 ອົງການ, ວິສາຫະກິດ ໃນທົ່ວປະເທດ. ສະພາຄັດເລືອກຄັ້ງສຸດທົ່ວປະເທດ ໄດ້ຕັດສິນໃຈຮັບຮອງເອົານາມມະຍົດ ຊາວເຄວ 2018 ໃຫ້ແກ່ 51 ຜະລິດຕະພັນຊອັບແວ ແລະ 22 ການບໍລິການເຕັກໂນໂລຊີດີເດັ່ນທີ່ສຸດ. ສະພາກໍ່ຕີລາຄາ ແລະ ເລືອກເຟັ້ນ Top 10 ຊາວເຄວ 2018.

ຕອບກັບ

ຂ່າວ/ບົດ​ອື່ນ