ນຳເອົາກາປະທັບຂອງເຈົ້າຊີວິດ ມິງມ໊າງ ກັບມາ ຫວຽດນາມ

(VOVWORLD) -ທາງກະຊວງຈະສົມທົບກັບນັກຂາຍປະມູນ Millon, ຝລັ່ງ, ບັນດາອົງການທີ່ກ່ຽວຂ້ອງເພື່ອເອົາກາປະທັບດັ່ງກ່າວກັບມາປະເທດຢ່າງໄວທີ່ສຸດ, ຮັບປະກັນຖືຕາມຂໍ້ກຳນົດຂອງກົດໝາຍ 2 ປະເທດ.
ນຳເອົາກາປະທັບຂອງເຈົ້າຊີວິດ ມິງມ໊າງ ກັບມາ ຫວຽດນາມ - ảnh 1ຜູ້ຕາງໜ້າ ຫວຽດນາມ ແລະ ຜູ້ຕາງໜ້າຂາຍປະມູນ Millon
(ພາບ: bvhttdl.gov.vn)

        ຕອນຄ່ຳວັນທີ 14 ພະຈິກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ ການເຈລະຈາກ່ຽວກັບເລື່ອງເອົາກາປະທັບຂອງເຈົ້າຊີວິດ ມິງມ໊າງ (1791-1841) ກັບມາ ຫວຽດນາມ ໄດ້ປະສົບຜົນສຳເລັດ. ຕາມນັ້ນແລ້ວ, ທາງກະຊວງຈະສົມທົບກັບນັກຂາຍປະມູນ Millon, ຝລັ່ງ, ບັນດາອົງການທີ່ກ່ຽວຂ້ອງເພື່ອເອົາກາປະທັບດັ່ງກ່າວກັບມາປະເທດຢ່າງໄວທີ່ສຸດ, ຮັບປະກັນຖືຕາມຂໍ້ກຳນົດຂອງກົດໝາຍ 2 ປະເທດ.

        ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂດຍທ່ານຮອງລັດຖະມົນຕີ ຮ່ວາງດ້າວເກືອງ ນຳໜ້າ ໄດ້ໄປ ຝລັ່ງ ເພື່ອເຈລະຈາກັບນັກຂາຍປະມູນ Millon. Millon ໄດ້ແຈ້ງປ່ຽນແປງແຜນການຂາຍປະມູນກາປະທັບເປັນ 2 ຄັ້ງ. ເລື່ອງປ່ຽນແປງເວລາຂາຍປະມູນດັ່ງກ່າວແມ່ນເພື່ອສ້າງເງື່ອນໄຂໃຫ້ແກ່ ຫວຽດນາມ ມີເວລາເພື່ອເຈລະຈາຊື້ໂດຍກົງ. ນັກຂາຍປະມູນ Millon ຈ່າວຂາຍກາປະທັບຂອງເຈົ້າຊີວິດ ມິງມ໊າງ ດ້ວຍລາຄາແຕ່ 2-3 ລ້ານ ເອີໂລ (ແຕ່ 48 ຫາ 72 ຕື້ດົ່ງ).

ຕອບກັບ

ຂ່າວ/ບົດ​ອື່ນ