ນຳໃຊ້ກອງທຶນປະກັນສຸຂະພາບໃຫ້ດຸ່ນດ່ຽງເພື່ອໃຫ້ປະຊາຊົນມີຜົນປະໂຫຍດກ່ວາ

(VOVWORLD) - ວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ກຳມາທິການກ່ຽວກັບບັນດາບັນຫາສັງຄົມ ຂອງສະພາແຫ່ງຊາດ ໄດ້ຈັດຕັ້ງວາລະປະຊຸມຄອບຄະນະຄັ້ງທີ 7, ກວດກາບົດລາຍງານຂອງລັດຖະບານກ່ຽວກັບການຄຸ້ມຄອງ, ນຳໃຊ້ກອງທຶນປະກັນສຸຂະພາບ ປີ 2016, ສະພາບການ 2 ປີແຫ່ງການປະຕິບັດມະຕິຂອງສະພາແຫ່ງຊາດ ກ່ຽວກັບການຍູ້ແຮງ ການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບບັດປະກັນສຸຂະພາບ, ມຸ່ງໄປເຖິງປະກັນສຸຂະພາບທົ່ວປວງຊົນ.
ນຳໃຊ້ກອງທຶນປະກັນສຸຂະພາບໃຫ້ດຸ່ນດ່ຽງເພື່ອໃຫ້ປະຊາຊົນມີຜົນປະໂຫຍດກ່ວາ - ảnh 1ຜູ້ແທນກ່າວຄຳເຫັນທີ່ກອງປະຊຸມ 

ເມື່ອໄຈ້ແຍກສາຍເຫດການເພີ່ມລາຍຈ່າຍກອງທຶນປະກັນສຸຂະພາບ, ລັດຖະບານ ຖືວ່າ ຍ້ອນລະດັບການເກັບເງິນປະກັນສຸຂະພາບບໍ່ປ່ຽນແປງໃນຂະນະມີການປັບປຸງກ່ຽວກັບລະດັບເງິນຊົມໃຊ້. ບວກກັບການປະຕິບັດດັດປັບລາຄາການບໍລິການສາທາລະນະສຸກໃນໄລຍະຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ, ມີສາຍເຫດເປັນໜ້າສົນໃຈທີ່ສຸດແມ່ນສະພາບການສວຍໃຊ້ກອງທຶນປະກັນສຸຂະພາບ. ທ່ານ ຟ້າມຊວນທັງ, ສະມາຊິກສະພາແຫ່ງຊາດ ແຂວງ ຫາຍເຢືອງ, ຊີ້ແຈ້ງວ່າ:

        “ບັນຫາຫັນມາເປັນວຽກງານສັງຄົມ, ນຳພາຫະນະອຸປະກອນທັນສະໄໝເຂົ້າໃຊ້ໃນການກວດ, ປິ່ນປົວພະຍາດມີລັກສະນະ 2 ດ້ານ. ຖ້າພວກເຮົາເສີມຂະຫຍາຍໃຫ້ດີ, ຄຸ້ມຄອງດີ ຈະນຳມາເຊິ່ງຜົນປະໂຫຍດໃຫ້ຄົນເຈັບ. ຂ້າພະເຈົ້າສະເໜີວ່າ ໃນສະພາບການບັນດາຫົວໜ່ວຍສາທາລະນະສຸກຂອງລັດພວມມີຄວາມກົດດັນນັບມື້ນັບເພີ່ມຂຶ້ນກ່ຽວກັບການປະຕິບັດວິວັດການເປັນເຈົ້າຕົນເອງດ້ານການເງິນໃນການເຄື່ອນໄຫວ ແລະ ດ້ວຍການຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ, ນຳໃຊ້ກອງທຶນປະກັນສຸຂະພາບ. ນີ້ແມ່ນສາຍພົວພັນມີລັກສະນະເສດຖະກິດ ດັ່ງນັ້ນ ພວກເຮົາຕ້ອງແກ້ໄຂດ້ວຍບັນດາຂໍ້ກຳນົດມີລັກສະນະກົດໝາຍດ້ານເສດຖະກິດ”

ຕອບກັບ

ຂ່າວ/ບົດ​ອື່ນ