ບິ່ງດິ້ງຕ້ອງສູ້ຊົນໃຫ້ກາຍເປັນສູນເສດຖະກິດທະເລ


ບິ່ງດິ້ງຕ້ອງສູ້ຊົນໃຫ້ກາຍເປັນສູນເສດຖະກິດທະເລ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີ່ນ​ດ້າຍກວາງ
ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ​ບິ່ງ​ດິ້ງ
(ພາບ: ກະສິກຳ)

(vovworld) –​​ ​ໃນ​ວັນ​ທີ 26/6, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີ່ນ​ດ້າຍກວາງ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ​ບິ່ງ​ດິ້ງ. ທ່ານ​ປະ​ທານ​ປະ​ເທດ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກແຫຼ່ງ ຂອງ​ແຂວງ​ບິ່ງ​ດິ້ງ ກ່ຽວ​ກັບສະ​ພາບ​ການ​ພັດ​ທະ​ນາເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ໜ້າ​ທີ່​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ.

        ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ແຂວງ​ບິ່ງ​ດິ້ງ ນອນ​ໃນ​ເຂດ​ເສດ​ຖະ​ກິດ ຈຸດ​ສຸມ​ທາງພາກ​ກາງ, ມີ​ຝັ່ງ​ທະ​ເລ​ຍາວ 134 ກິ​ໂລ​ແ​ມັດ, ມີ​ທີ່​ຕັ້ງ​ດ້ານ​ພູມ​ສາດການ​ເມືອງ ຍຸດ​ທະ​ສາດ​​ສຳ​ຄັນ ດ້ານ​ການ​ປ້ອງ​ກັນ​ຊາດ​, ປ້ອງກັນ​ຄວາມ​ສະ​ຫງົບ, ມີ​ມູນ​ເຊື້ອ​​ຕໍ່​ສູ້​ປະ​ຕິ​ວັດ ອົງ​ອາດ​ກ້າ​ຫານ, ບໍ່​ຍອມ​ຈຳ​ນົນ… ນີ້​ແມ່ນ​ບັນ​ດາ​ກຳ​ລັງ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ ຂອງ​ແຂວງ​ບິ່ງ​ດິ້ງ ໃນ​​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ແຂວງ​ ສຸມ​ໃສ່​ການ​ຊີ້ນຳນຳພາ​ຍູ້​ແຮງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ. ແຂວງ​ຕ້ອງ​ມີ​ນະ​ໂຍ​ບາຍກໍ່​ສ້າງ​ແຂວງ​ບິ່​ງດິ້ງ ໃຫ້​ກາຍ​ເປັນສູນ​ເສດ​ຖະ​ກິດ​​ທະ​ເລ, ເປັນສູນກ​ານ​ຄ້າ​ບໍ​ລິ​ການ, ການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ແລະ​ກໍ່​ໃນ​ວັນ​ທີ 26/6, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ໄປ​ຢ້ຽມ​ຢາມ ແລະ ມ​ອບ​ຂອງ​ຂວັນ ໃຫ້​​ແມ່​ຫວຽດ​ນາມ​ວິ​ລະ​ຊົນຈຳ​ນວນ​ນຶ່ງ ຢູ່​ນະ​ຄອນ​ກຸຍ​ເ​ຢີນ, ໄປ​ຢ້ຽມ​ຢາມ ​ສູນ​ສາ​ກົນ​ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ​​ລະ​ຫວ່າງ​ຂະ​ແໜງ.

ຂ່າວ/ບົດ​ອື່ນ