ບີງທ້ວນ ຈະກາຍເປັນສູນພະລັງງານສະອາດຂອງ ຫວຽດນາມ

ບີງທ້ວນ ຈະກາຍເປັນສູນພະລັງງານສະອາດຂອງ ຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ຢູ່​ແຂວງ ບີງ​ທ້ວນ

(vovworld) - ​ຕອນ​ເຊົ້າ​ວັນ​ທີ 19/04 ຢູ່​ແຂວງ ບີງ​ທ້ວນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ບີງ​ທ້ວນ ປ​ີ 2017. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄຈ້​ແຍກບັນ​ດາ​ທ່າ​ໄດ້​ປຽບ​ຂອງ ບີງ​ທ້ວນ ຢ່າງ​ຈະ​ແຈ້ງ ​ຊຶ່ງອາດ​ຈະ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ການ​ທ່ອງ​ທ່ຽວ, ກະ​ສິ​ກຳ​ມີ​ຄຸນ​ນະ​ພາບ​ສູງ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ໃກ້​ກັບ​ເຂດ​ເສດ​ຖະ​ກິດ​​ຈຸດ​ສຸມ​ພາກ​ໃຕ້, ມີ​ຄວາມ​ສະ​ດວກ​ສຳ​ພັດ​ກັ​ບ​ຕະ​ຫລາດ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ…ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ຕາງ​ໜ້າ​ການ​ນຳ, ຢືນ​ຢັນ​ຄືນ​ໃໝ່​ແຜນ​ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ກ່ຽວ​ກັບ​ເລື່ອງກໍ່​ສ້າງ​ຢູ່ ບີງ​ທ້ວນ, ນັ້ນ​ແມ່ນ​ສູນ​ພະ​ລັງ​ງານ​ສະ​ອາດ​ຂອງ ຫວຽດ​ນາມ, ນັບ​ທັງ​ໄຟ​ຟ້າ​ອາຍ​ແກ​ສ,  ຫາກບໍ່​ພຽງ​ແຕ່​ໄຟ​ຟ້າ​ແຮງ​ລົມ ແລະ ແສງ​ຕາ​ເວັນ; ສູນ​ກາງທ່ອງ​ທ່ຽວ​ສາ​ກົນ ແລະ ພາກ​ພື້ນ​ຢູ່ ບີງ​ທ້ວນ; ສູນ​ປຸງ​ແຕ່ງ Titan”.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່ເນັ້ນ​ໜັກ​ວ່າ ​ແຂວງ ບີງ​ທ້ວນ ມີ​ມາດ​ຕະ​ການ​ນຳ​ການ​ທ່ອງ​ທ່ຽວ​ກາ​ຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ; ພັດ​ທະ​ນາ​ກະ​ສິ​ກຳອົງ​ຄະ​ທາດພິ​ເສດ​ແມ່ນ​ກະ​ສິ​ກຳ​ມີ​ຄຸນ​ນະ​ພາບ​ສູງ, ດຶງ​ດູດ​ວິ​ສາ​ຫະ​ກິດ​ປຸງ​ແຕ່ງ, ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ ແລະ ມີ​ເຄື່ອງ​ໝາຍ​ການ​ຄ້າ ຈາກ​ບັນ​ດາ​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ