ບົດບາດຂອງຊາວໜຸ່ມ ໃນການປອງດອງບັນດາປະຊາຊາດໃນ ອາຊຽນ

(VOVWORLD) -ວັນທີ 29 ຕຸລາ, ທີ່ນະຄອນຫຼວງ ຈັກກາຕາ, ອິນໂດເນເຊຍ, ກະຊວງການຕ່າງປະເທດ ອິນໂດເນເຊຍ ໄດ້ຈັດງານພົບປະ ກັບຄະນະ ທີ່ເຂົ້າຮ່ວມ ງານຕັ້ງຄ້າຍແລກປ່ຽນຊາວໜຸ່ມ ອາຊຽນ 2018 (AYIC) ເຊິ່ງລວມມີຊາວໜຸ່ມ 22 ຄົນທີ່ມາຈາກບັນດາປະເທດສະມາຊິກ ອາຊຽນ.

ບັນດາຊາວໜຸ່ມ ເຍົາວະຊົນ ອາຊຽນ ທີ່ຕາງໜ້າໃຫ້ແກ່ ຫຼາຍຮູບແບບວັດທະນະທຳ ແລະ ສາສະໜາ ມາຈາກບັນດາປະເທດໃນພາກພື້ນ ເຂົ້າຮ່ວມບັນດາການເຄື່ອນໄຫວ ເປັນເວລາ 6 ມືື້ ຢູ່ຈັກກາຕາ, ຢອກຢາກາຕາ ແລະ ບາຫຼີ ດ້ວຍບັນດາການເຄື່ອນໄຫວ ພົບປະແລກປຽນໂດຍກົງ ຄື ການສົນທະນາ, ປຶກສາຫາລື ແລະ ປະຊຸມສຳມະນາ. ບັນດາສະມາຊິກ ກໍ່ໄດ້ໄປທັດສະນະສຶກສາຢູ່ບັນດາສະຖານທີ່ວັດທະນະທຳ ແລະ ສາສະໜາທີ່ລືຊື່ຂອງ ອິນໂດເນເຊຍ ຄື: ໂບດ ອິດສະລາມ Istiqlal ແລະ ໂບດ ຄຣິສ ຢູ່ຈັກກາຕາ,  ວິຫານ Borobudur, Prambanan ແລະ ໂບດ ອິດສະລາມ Kotagede Mataram  ຢູ່ ຢອກຢາກາຕາ; ວິຫານ Besakih ແລະ ໝູ່ບ້ານ Dalung ຢູ່ ບາຫຼີ… ເຂົາເຈົ້າກໍ່ໄດ້ມີໂອກາດສົນທະນາ ກັບບັນດານັກຮຽນຮູ້ ແລະ ນັກສຶກສາ ທີ່ມະຫາວິທະຍາໄລ Gadjah Mada, ຢອກຢາກາຕາ ແລະ ມະຫາວິທະຍາໄລ Hindu Indonesia, Denpasar.

ຕອບກັບ

ຂ່າວ/ບົດ​ອື່ນ