ບັນຍາກາດຊົມເຊີຍໄຊຊະນະຂອງທີມບານເຕະ ຝລັ່ງ ຢ່າງຟົດຟື້ນຢູ່ ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 15 ກໍລະກົດ, ຜູ້ສະໜັບສະໜູນທີບບານເຕະ ຝລັ່ງ ນັບພັນຄົນໄດ້ພາກັນໄປສະຖານທູດ ຝລັ່ງ ປະຈຳ ຫວຽດນາມ ທີ່ຮ່າໂນ້ຍ ເພື່ອຕິດຕາມຊົມນັດແຂ່ງຂັນຊິງຊະນະເລີດລະຫວ່າງທີມບານເຕະ ຝລັ່ງ
ບັນຍາກາດຊົມເຊີຍໄຊຊະນະຂອງທີມບານເຕະ ຝລັ່ງ ຢ່າງຟົດຟື້ນຢູ່ ຫວຽດນາມ - ảnh 1 ກອງເຊຍ ຢູ່ສະຖານທູດ ຝລັ່ງ ປະຈຳ ຫວຽດນາມ

ໂດຍເຈືອຈານເຂົ້າກັບໄຊຊະນະຂອງທີມບານເຕະ ຝລັ່ງ ໃນນັດແຂ່ງຂັນຊິງຊະນະເລີດ World Cup ໃນວັນທີ 15 ກໍລະກົດ, ນັກເຊຍບານນັບໝື່ນຄົນກໍ່ໄດ້ອອກໄປຕາມຖະໜົນຊົມເຊີຍຢູ່ ລັດເຊຍ ແລະ ຝລັ່ງ. ບັນຍາກາດຂອງງານມະຫາກຳບານເຕະຢູ່ ຫວຽດນາມ ກໍ່ມີຄວາມຟົດຟື້ນ.

        ຕອນຄ່ຳວັນທີ 15 ກໍລະກົດ, ຜູ້ສະໜັບສະໜູນທີບບານເຕະ ຝລັ່ງ ນັບພັນຄົນໄດ້ພາກັນໄປສະຖານທູດ ຝລັ່ງ ປະຈຳ ຫວຽດນາມ ທີ່ຮ່າໂນ້ຍ ເພື່ອຕິດຕາມຊົມນັດແຂ່ງຂັນຊິງຊະນະເລີດລະຫວ່າງທີມບານເຕະ ຝລັ່ງ ແລະ ໂຄຣເອເຊຍ ທີ່ຈັດຕັ້ງຢູ່ສະໜາມກິລາ Luzhniki, ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ. ນະທີ່ນີ້, ບັນດານັກເຊຍບານໄດ້ຮ້ອງເພງ, ຮ້ອງໂຮ ແລະ ຊົມເຊີຍໄຊຊະນະ 4 ຕໍ່ 2 ປະຕູຂອງທີມບານເຕະ ຝລັ່ງ. ທ່ານ Bertrand Lortholary, ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ:

        “ນີ້ແມ່ນຄ່ຳຄືນວັນອາທິດທີ່ປະທັບໃຈສຳລັບທີມບານເຕະ ຝລັ່ງ, ສຳລັບປະເທດ ຝລັ່ງ ແລະ ທຸກໆຄົນທີ່ຮັກຫອມປະເທດ ຝລັ່ງ ໃນທົ່ວໂລກ. ກ່ອນນີ້ 20 ປີ, ຂ້າພະເຈົ້າໄດ້ລົງຖະໜົນ, ໃນເສັ້ນທາງຫຼວງ Champs Elysees, ຢູ່ນະຄອນຫຼວງ ປາຣີ ເພື່ອຊົມເຊີຍໄຊຊະນະຂອງ ຝລັ່ງ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດຍ້ອນຄັ້ງນີ້ພວມຢູ່ ຫວຽດນາມ ແລະ ຊົມເຊີຍຜົນງານເປັນຄັ້ງທີສອງນີ້.”

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ