ບັນຍາກາດຕ້ອນຮັບບຸນຄຼິດສະມາດຢູ່ຫຼາຍທ້ອງຖີ່ນໃນທົ່ວປະເທດ

ບັນຍາກາດຕ້ອນຮັບບຸນຄຼິດສະມາດຢູ່ຫຼາຍທ້ອງຖີ່ນໃນທົ່ວປະເທດ - ảnh 1
(ບັນຍາກາດຕ້ອນຮັບບຸນຄຼິດສະມາດ)

(vovworld) - ຕອນ​ຄຳ່​ວັນ​ທີ 24/12, ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ລັ່ງ​ໄຫຼ​ກັນ​​ມາໂບດ​ແຫ່ງ​ຕ່າງໆ ກໍ່​ຄື​ສະຖານ​ທີ່​ລະ​ຫຼິ້ນ​ບັນ​ເທີງ​ເພື່ອ​ຕ້ອນຮັບ ບຸນຄຼິດສະມາດ. ບັນດາ​ໂບດ​ໃຫຍ່​ຢູ່​ຮ່າ​ໂນ້ຍ ​ເຊັ່ນ: ​ໂບດ​​ເລີ໋ນ (​ໂບດ​ໃຫຍ່), ​ໂບດ​ທັງ​ລອງ, ​ໂບດທ໋​່າຍຮ່າ… ມີ​ແຂກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ມາເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເອື້ອຍ ​ເລ​ຖູ່​ຍຢູງ, ຢູ່​ຕາ​ແສງ​ດິ້ງ​ກົງ, ​ເມືອງ​ຮ່ວາງ​ມາຍ, ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

“​​ເມື່ອ​ຍາມ​ທ້າຍ​ປີ​ວຽນມາ, ​ໃນ​ບັນຍາກາດ ບຸນຄຼິດສະມາດ, ຂ້າພະ​ເຈົ້າ​ຮູ້ສຶກ​ມ່ວນ​ຫຼາຍ​ຍ້ອນ​ໄດ້​​ເຂົ້າ​ໂບດ, ຟັງ​ບົດ​ສູດ, ສຽງ​ລະຄັງ. ປີ​ນີ້​ແມ່ນ​ປີ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ພາ​ລູກ​ເຂົ້າ​ໂບດ​ເພື່ອ​ໃຫ້​ຫຼານ​ຮູ້​ບັນຍາ​ກາດຂອງ ບຸນຄຼິດສະມາດ . ຂ້າພະ​ເຈົ້າ​ເຫັນ​ວ່າ ບຸນຄຼິດສະມາດ ປີ​ນີ້​ມ່ວນ​ຫຼາຍ, ​ໂບດ​ເລີ໋ນ​ໄດ້​ຮັບ​ການ​ປະດັບ​ປະດາ​ສວຍ​ງາມ​ທີ່​ສຸດ.“

ຢູ່​ນະຄອນ ​ໂຮ່ຈີ​ມິນ, ຊາວ​ນະຄອນ​ພ້ອມ​ກັບ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັບ​ພັນ​ຄົນ ​ໄດ້​ພາກັນ​ມາ​ເຕົ້າ​ໂຮມ​ຢູ່​ເຂດ​ໃຈກາງ​ນະຄອນ ​ເພື່ອ​ຊົມ​ໃຊ້​ບັນຍາກາດ ບຸນຄຼິດສະມາດ.  ບັນດາ​ໂບດ​ໃຫຍ່, ​ ເຂດ​ຊາວ​ຄຼິດຢູ່​ເມືອງ ຖູ​ດຶກ,     ​ເມືອງເຕິ​ນຟູ໋, ​ເມືອງ ກໍ່​ເວິບ ຫຼື​ເມືອງ 8 ກໍ່​ດຶງ​ດູດ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ມາ​ທຳ​ພິທີ ​ແລະ ລະ​ຫຼິ້ນ. ບໍ່​ພຽງ​ແຕ່​ຊາວ​ນະຄອນ​ເທົ່າ​ນັ້ນ, ຫາກ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ຄົນ​ກໍ່​ຮູ້ສຶກ​ນິຍົມ​ເມື່ອ​ເຂົ້າ​ຮ່ວມ​ບັນຍາກາດ​ຕ້ອນຮັບ ບຸນຄຼິດສະມາດ ຢູ່​ນະຄອນ ​ໂຮ່ຈີ​ມິນ​ ອີກ. ອ້າຍ Chris Murdock, ນັກ​ທ່ອງ​ທ່ຽວ​ມາ​ຈາກ Scotland, ​ແບ່ງປັນ​ວ່າ:

“ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ຕ້ອນຮັບ​ ບຸນຄຼິດສະມາດ ຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ຜາ​ສຸກ​ທີ່​ສຸດ, ງານບຸນຄຼິດສະມາດ ​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ. ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ທຸກ​ຄົນ​ໄດ້​ຕ້ອນຮັບ ບຸນຄຼິດສະມາດ​ ໃນ​ຄວາມ​ສະ​ຫົງ​ບສຸກ ​ແລະ ​​ເບີກບານ​ມ່ວນ​ຊື່ນ“.

ຂ່າວ/ບົດ​ອື່ນ