ບັນຍາກາດຟົດຟື້ນຂອງວັນບຸນ Kartini

(VOVWORLD) - ວັນທີ 21 ເມສາ ແມ່ນວັນ Kartini, ວັນບຸນເຊີດຊູຄວາມງາມທາງດ້ານຈິດວິນຍານ, ພູມປັນຍາ ແລະ ຮູບຮ່າງຂອງແມ່ຍິງ ອິນໂດເນເຊຍ ບັນດາການເຄື່ອນໄຫວອັນຟົດຟື້ນມ່ວນຊື່ນໄດ້ດຳເນີນໄປໃນທົ່ວປະເທດ ອິນໂດເນເຊຍ ເພື່ອສະເຫຼີມສະຫຼອງວັນບຸນດັ່ງກ່າວ.
ບັນຍາກາດຟົດຟື້ນຂອງວັນບຸນ Kartini - ảnh 1ບັນຍາກາດຟົດຟື້ນຂອງວັນບຸນ Kartini (ພາບ: Antaranews)

ແມ່ຍິງພາກກາງ Jawa 25.000 ຄົນ ນຸ່ງຊຸດອາພອນປະຈຳຖິ່ນ ພ້ອມກັນປະຕິບັດການສະແດງຕີກອງ Rebana ແລະ ຂັບຮ້ອງບົດເພງ “ແມ່ Kartini ຂອງພວກເຮົາ”. ການ ສະແດງດັ່ງກ່າວ ໄດ້ສ້າງສະຖິຕິໃໝ່ຂອງຫໍພິພິທະພັນສະຖິຕິໂລກ ອິນໂດເນເຊຍ.

        ໃນຂະນະນັ້ນ ຢູ່ເຂດທະເລ Kuta, Bali, ກໍ່ໄດ້ສະເຫຼີມສະຫຼອງວັນບຸນ Kartini ດ້ວຍການແຂ່ງຂັນທີ່ເປັນເອກະລັກສະເພາະ “ນຸ່ງຊຸດ Kabaya ຫຼິ້ນກິລາສະກີນ້ຳ”. ການແຂ່ງຂັນໄດ້ດຶງດູດຊາວຕ່າງປະເທດເຂົ້າຮ່ວມເປັນຈຳນວນຫລວງຫລາຍ ແລະ ເຂົາເຈົ້າມີຄວາມນິຍົມເພາະເປັນຄັ້ງທຳອິດທີ່ໄດ້ຫຼິ້ນກິລາສະກີນ້ຳ ໂດຍນຸ່ງຊຸດອາພອນຂອງແມ່ຍິງ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ