ບັນດາກອງປະຊຸມອາຊຽນ +1 ກັບ ຍີ່ປຸ່ນ, ລັດເຊຍ, ຈີນ ແລະ ນິວຊີແລນ

(VOVWORLD) -

        ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 51, ຕອນບ່າຍວັນທີ 02 ສິງຫາ ໄດ້ມີຫຼາຍກອງປະຊຸມສໍາຄັນລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມ ຕາມກົນໄກ ອາຊຽນ +1, ເຊິ່ງລວມມີ ຍີ່ປຸ່ນ, ລັດເຊຍ, ຈີນ ແລະ ນິວຊີແລນ.

ບັນດາກອງປະຊຸມອາຊຽນ +1 ກັບ ຍີ່ປຸ່ນ, ລັດເຊຍ, ຈີນ ແລະ ນິວຊີແລນ - ảnh 1 ເຈົ້າໜ້ທີ່ປະເທດຕ່າງໆເຂົ້າຮ່ວມກອງປະຊຸມ

(ພາບ: AFP/TTXVN)

ໃນກອງປະຊຸມ ອາຊຽນ - ຍີ່ປຸ່ນ, ສອງຝ່າຍໃຫ້ຮູ້ວ່າ ສອງຝ່າຍໄດ້ຮັບຮອງເອົາແຜນການສະບັບປັບປຸງ ປີ 2017 ຜັນຂະຫຍາຍວິໄສທັດອາຊຽນ - ຍີ່ປຸ່ນ ກ່ຽວກັບມິດຕະພາບ ແລະ ການຮ່ວມມື, ເປັນການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ. ສອງຝ່າຍກໍຢັ້ງຢືນ ໃຫ້ຄໍາໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນທຸກຂົງເຂດການຄ້າ, ການລົງທຶນ, ພັດທະນາພື້ນຖານໂຄງລ່າງ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ນ້ອຍທີ່ສຸດ ຕາມຂັ້ນຕອນຮ່ວມມືເສດຖະກິດຍຸດທະສາດ 10 ປີອາຊຽນ - ຍີ່ປຸ່ນ (2012 – 2022).

ທີ່ກອງປະຊຸມ ອາຊຽນ - ລັດເຊຍ, 2 ຝ່າຍຢັ້ງຢືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ອາຊຽນ - ລັດເຊຍ, ເຫັນດີເປັນເອກະພາບເພີ່ມທະວີຄວາມມານະພະຍາຍາມມຸ່ງໄປເຖິງການຍົກລະດັບການພົວພັນໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ລັດເຊຍ ຢັ້ງຢືນຖືການພົວພັນ ກັບ ອາຊຽນ; ສະໜັບສະໜູນຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ບົດບາດໃຈກາງຂອງ ອາຊຽນຢູ່ພາກພື້ນ.

        ບັນດາລັດຖະມົນຕີ ອາຊຽນ - ຈີນ ກໍ່ໃຫ້ສັດຕະຍາບັນສົນທິສັນຍາຍົກລະດັບສັນຍາການຄ້າເສລີ ອາຊຽນ - ຈີນ (ACFTA), ຫັນການຄ້າ ແລະ ການລົງທຶນໃຫ້ສະດວກ, ໜູນຊ່ວຍຄາດໝາຍຍົກລະດັບວົງເງິນການຄ້າສອງສົ້ນຂຶ້ນເຖິງ 1.000 ຕື້ USD ແລະ ການລົງທຶນຂຶ້ນເຖິງ 150 ຕື້ USD ໃນປີ 2020. 2 ຝ່າຍກໍ່ເຫັນດີຈະຮັບຮອງເອົາວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອດປີ 2030, ຊົມເຊີຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນສົມທົບກັນຈັດຕັ້ງກອງປະຊຸມຂັ້ນສູງ ອາຊຽນ - ຈີນ ໃນທ້າຍປີນີ້ໃຫ້ປະສົບຜົນສຳເລັດ.

        ທີ່ກອງປະຊຸມ ອາຊຽນ - ນິວຊີແລນ, 2 ຝ່າຍຢັ້ງຢືນຖືການພົວພັນຮ່ວມມືເຊິ່ງກັນ ແລະ ກັນ, ພິເສດແມ່ນການໜູນຊ່ວຍຂອງ ນິວຊີແລນ ກ່ຽວກັບການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025, ຊຸກຍູ້ບົດບາດໃຈກາງຂອງ ອາຊຽນ, ຕໍ່ກຳນົດເວລາ ແລະ ອຸປະຖຳໂຄງການໜູນຊ່ວຍຮ່ວມມືດ້ານເສດຖະກິດ AANZFTA ຮອດວັນທີ 31 ທັນວາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ