ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງວັນ​ບຸນ​ວັດ​ທະ​ນະ​ທຳ​ເຂດ​ເຕິຍ​ບັກ

(VOVWORLD) -ວັນທີ 18 ສິງຫາ, ຢູ່ນະຄອນເຊີນລາ ໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວຂອງວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຂອງບັນດາເຜົ່າເຂດເຕິຍບັກ (ເຂດທາງຕາເວັນຕົກສ່ຽງເໜືອ) ຄັ້ງທີ 14.
ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງວັນ​ບຸນ​ວັດ​ທະ​ນະ​ທຳ​ເຂດ​ເຕິຍ​ບັກ - ảnh 1ພິທີໄຂ ບັນດາການເຄື່ອນໄຫວຂອງວັນບຸນວັດທະນະທຳເຂດເຕິຍບັກ

         ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນ ແຂວງເຊີນລາ ຈັດຕັ້ງຂຶ້ນ, ໂດຍມີການເຂົ້າຮ່ວມຂອງ ນັກສິລະປິນ, ນັກສະແດງ ກວ່າ 1000 ຄົນ ທີ່ມາຈາກ 7 ແຂວງຄື: ຮ່ວາບິ່ງ, ດ້ຽນບຽນ, ລາຍເຈົາ, ລາວກາຍ, ອຽນບາຍ, ຝຸເທາະ ແລະ ເຊີນລາ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນເຊີນລາ ໄດ້ໄຂງານວາງສະແດງພາບຖ່າຍສິນລະປະກ່ຽວກັບວັດທະນະທຳ - ການທ່ອງທ່ຽວ ດ້ວຍຫົວຂໍ້ວ່າ: “ສີສັນທາງທິດຕາເວັນຕົກສ່ຽງເໜືອ”,ໂດຍມີການເຂົ້າຮ່ວມຂອງ 7 ແຂວງດັ່ງກ່າວ. ດ້ວຍ ພາບຖ່າຍ 280 ແຜ່ນ ງານວາງສະແດງໄດ້ວາດພາບຄືນຊີວິດການເປັນຢູ່, ວັດທະນະທຳ, ການຜະລິດຂອງບັນດາຊົນເຜົ່າ. ທ່ານນາງ ຫງວຽນທິຫ໋າຍຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

        ຜ່ານງານວາງສະແດງພາບຖ່າຍຂອງ 7 ແຂວງ ແລະ ເຂດວາງສະແດງຂາຍອາຫານການກິນຂອງແຕ່ລະທ້ອງຖິ່ນ ຈະເຊີດຊູຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ປະກອບສ່ວນເຂົ້າເຂົ້າການປະຕິບັດມະຕິເລກທີ 9 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບການກໍ່ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມໄດ້ເປັນຢ່າງດີເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດ.

        ໃນຂອບເຂດວັນບຸນ, ຍັງດຳເນີນບັນດາການເຄື່ອນໄຫວຄື: ງານວາງສະແດງປະຊາຄົມບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ, ຕັ້ງຄ້າຍວັດທະນະທຳວາງສະແດງສິນຄ້າ, ຂົງເຂດແນະນຳວັດທະນະທຳ, ອາຊີບຫັດຖະກຳ, ເສື້ອຜ້າອາພອນ…

ຕອບກັບ

ຂ່າວ/ບົດ​ອື່ນ