ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບວັນ​ບຸນ​ໄຫວ້​ພະ​ຈັນ

(VOVWORLD) -ວັນທີ 29 ກັນຍາ, ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ມອບຂອງຂວັນໃຫ້ພວກນ້ອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ໂຮງຮຽນມັດທະຍົມຊົນເຜົ່າກິນນອນ ຢູ່ເມືອງ ວິຊວຽນ, ແຂວງຮ່າຢາງ ຂອງ ຫວຽດນາມ. 
ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບວັນ​ບຸນ​ໄຫວ້​ພະ​ຈັນ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ມອບຂອງຂວັນໃຫ້ພວກນ້ອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ໂຮງຮຽນມັດທະຍົມຊົນເຜົ່າກິນນອນ ຢູ່ເມືອງ ວິຊວຽນ, ແຂວງຮ່າຢາງ (ພາບ:baohagiang.vn)

ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີໃຫ້ທາງແຂວງ ຮ່າຢາງ ສືບຕໍ່ເອົາໃຈໃສ່ເຖິງພວກນ້ອງນັກຮຽນ, ເຍົາວະຊົນ, ອະນຸຊົນ, ສ້າງເງື່ອນໄຂສະດວກເພື່ອໃຫ້ພວກນ້ອງມີໂອກາດໄດ້ພັດທະນາຢ່າງຮອບດ້ານ.

        ເນື່ອງໃນໂອກາດວັນບຸນ ໄຫວ້ພະຈັນ ປີ 2020, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ພ້ອມກັບບັນດາພະແນກ, ຄະນະ,ຂະແໜງການ ໄດ້ປຸກລະດົມຈັດຕັ້ງລາຍການ “ດວງຈັນແຫ່ງຄວາມຮັກ” ເຊິ່ງລວມມີບັນດາການເຄື່ອນໄຫວເບິ່ງແຍງດູແລທີ່ສະຫງວນໃຫ້ແກ່ເຍົາວະຊົນ, ອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ລູກຫຼານຂອງກຳມະກອນ, ຊາວຜູ້ອອກແຮງງານ. ລາຍການດັ່ງກ່າວ ຈະແກ່ຍາວແຕ່ນີ້ຮອດວັນທີ 4 ຕຸລາ.

        ໄປຄຽງຄູ່ກັນນັ້ນ, ບັນດາຮາກຖານຊາວໜຸ່ມຂັ້ນເມືອງ ກໍໄດ້ສົມທົບກັບ ຄະນະກໍາມະການແນວໂຮມປະເທດຊາດ ຂັ້ນເມືອງ ຈັດຕັ້ງບັນດາລາຍການສະແດງສິລະປະ ຕ້ອນຮັບວັນບຸນໄຫວ້ພະຈັນໃຫ້ແກ່ເຍົາວະຊົນ, ອະນຸຊົນຢູ່ທ້ອງຖິ່ນຕ່າງໆອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ