ບັນດາການເຄື່ອນໄຫວຕອບສະໜອງວັນໂລກປອດຢາສູບ

(VOVWORLD) -ຕອນເຊົ້າວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມ ແລະ ໂຮງໝໍແບັກມາຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ຕອບສະໜອງວັນໂລກປອດຢາສູບ 31 ພຶດສະພາ ແລະ ສັບປະດາປະເທດປອດຄວັນຢາສູບ

ບັນດາການເຄື່ອນໄຫວຕອບສະໜອງວັນໂລກປອດຢາສູບ - ảnh 1 ການກ່າວເຕືອນບໍ່ໃຫ້ສູບຢາຢູ່ໂຮງໝໍ

(ພາບປະກອບ: Ngoc Duong/ TTXVN)

ນະທີ່ນີ້, ບັນດານັກຊ່ຽວຊານດ້ານສາທາລະນະສຸກ ໄດ້ກ່າວເຕືອນຢ່າງແຮງ ກ່ຽວກັບເລື່ອງບໍ່ຄວນລອງສູບຢາ ຍ້ອນວ່າ ໝາກຜົນການຄົ້ນຄວ້າ ຊີ້ໃຫ້ເຫັນວ່າ 90% ຈຳນວນຄົນລອງສູບຢາ ໄດ້ຕິດຢາສູບ.

        ໃນຂອບເຂດບັນດາການເຄື່ອນໄຫວປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ, ວັນທີ 16 ມິຖຸນາຈະມາເຖິງ, ໂຮງໝໍແບັກມາຍ ຈະຈັດຕັ້ງການກວດພະຍາດ, ໃຫ້ຄຳປຶກສາ ແລະ ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ຜູ້ທີ່ເປັນພະຍາດປອດຊຳເຮື້ອ ໃຫ້ບັນດາຜູ້ທີ່ມີອາຍຸ 40 ປີຂຶ້ນໄປ, ໃນນັ້ນ ມີບັນດາຜູ້ສູບຢາພັນ, ຢາເສັ້ນເປັນເວລາຫຼາຍກວ່າ 10 ປີ.


ຕອບກັບ

ຂ່າວ/ບົດ​ອື່ນ