ບັນດາການເຄື່ອນໄຫວທີ່ Festival ທະເລຍາຈາງ 2013

ບັນດາການເຄື່ອນໄຫວທີ່ Festival ທະເລຍາຈາງ 2013 - ảnh 1

ຖີບລົດ​ຢູ່​ແຄງ​ຮ່ວາ

(ພາບ:VOV5 )

(vovworld)- ວັນ​ທີ 10/6, ຢູ່​ນະຄອນ​ທະ​ເລ​ຍາ​ຈາງ ​ແຂວງ​ແຄ໋ງ​ຮ່ວາ, ​ສືບ​ຕໍ່​ດຳ​ເນີນ​​ການ​ເຄື່ອນ​ໄຫວຕ່າງໆ​ໃນ​ຂອບ​ເຂດ​ ​Festival ທະ​ເລ​ຍາ​ຈາງ 2013. ຢູ່​ສະໜາມ​ຫຼວງ 2/4, ບໍລິສັດ​ຫຸ້ນ​ສ່ວນ​ກາ​ເຟເມ​ຈາງ ​ໄດ້​ປຸກລະດົມ​ລາຍການ​ສະໜັບສະໜູນ​ເຈື່ອງ​ຊາ, ​ເຊິ່ງຈະ​ແກ່ຍາວ​ຮອດ​ທ້າຍ​ເດືອນ 5/2014. ທ່ານ ​ເລ​ວັນ​ເຫງັຍ (Le Van Nghia) ຫົວໜ້າສະຖານ​ກົງ​ສູນກິ​ຕິ​ມາ​ສັກ Uzbekistan ປະຈຳຫວຽດນາມ, ​ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າ​ຮູ້​ສື​ກສະ​ເທືອ​ນ​ໃຈ ​ແລະ ສະໜັບສະໜູນ​ລາຍການ​ນີ້. ຂ້າພະ​ເຈົ້າ​ສາມາດ​ໂຄສະນາ​ສານ​ນີ້​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່ Uzbekistan ​ແລະ ຢູ່​ປະ​ເທດ​ອື່ນໆ. ​ເຈື່ອງ​ຊາ​ ມີ​ຄວາມ​ໝັ້ນຄົງ, ພວກ​ເຮົາ​ຈຶ່ງ​ອູ່​ນອ່ຽນ​ໃຈ “

 ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 10/6, ຫໍພິພິດທະພັນ​ແຂວງ​​ແຄ໋ງຮ່ວາ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮ່ວາງ​ຊາ, ​ເຈື່ອງ​ຊາ ​ເຊິ່ງ​ແນະນຳ 150 ກວ່າ​ເອກະສານ​, ຮູບ​ພາບ, ປື້​ມໜັງສືພິມ ​ກ່ຽວ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ນັບ​ແຕ່​ສະຕະວັດ​ທີ 17 ມາ​ຮອດ​ປະຈຸ​ບັນ. ​ໃນ​ນັ້ນ​ມີ​ແຜນ​ທີ່​ຂະໜາດ​ໃຫຍ່ນັບ​ສິບ​ແຜ່ນ​ແມ່ນ​ຂອງ​ຫວຽດນາມ, ຝ່າຍ​ຕາ​ເວັນ​ຕົກ ​ແລະ ຈີນ ​ເຊິ່ງ​ໄດ້​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ທີ່​ມີ​ຕໍ່​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

  ກ່ອນ​ໜ້ານັ້ນ, ວັນ​ທີ 9/6, ​ໄດ້​ຈັດງານ​ບຸນ​ບົນ​ຖະໜົນ​ໂດຍ​ມີ​ການ​​ເຂົ້າຮ່ວມ​ຂອງ​ນັກສະ​ແດງ​ອາຊີບ, ນັກສະ​ແດງ​ສະໝັກຫຼີ້ນນັບ​ຮ້ອຍ​ຄົນ ຊື່​ງ​ສະ​ແດງ​​ຊຸດ​ອາພອນ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ​ແລະ ຊົນ​ເຜົ່າ​ລັດ​ເຊຍ, ສ​ເກົາຫຼີ, ຝະລັ່ງ, ຍີ່ປຸ່ນ ທີ່​ດຶງດູດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ​ນັບ​ພັນ​ຄົນ. ນອກຈາກ​ນັ້ນຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ລາຍການ​ສະ​ແດງ​ສິລະ​ປະ, ຖີບ​ລົດ, ປ່ອຍ​ວ່າວ​ສິລະ​ປະ, ການ​ແຂ່ງຂັນ​ຕຶ​ກ​ເບ​ດ...

   ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ຍາ​ຈາງ, ຄະນະ​ປະສານ​ງານ​ເຂດ​ແຄມ​ທະ​ເລ​ທາງ​ພາກ​ກາງ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ​: “ພັດທະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ບັນດາ​ແຂວງ​ແຄມ​ທະ​ເລທາງພາກ​ກາງ​ຫວຽດນາມ”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຜູ້​ແທນຫຼານທ່ານ​ຖື​ວ່າ, ​ແຕ່ລະ​ທ້ອງ​ຖິ່ນ​ຄວນ​ມີ​ການ​ລົງທຶນ​ເພື່ອ​ມີ​ຜະລິດ​ຕະພັນ​ທີ່​ພົ້ນ​ເດັ່ນ, ມີ​ລັກສະນະ​ພິ​ເສດສະ​ເພາະ. ​ແຕ່ລະ​ແຂວງ​ຄວນ​ເລືອກ​ເຟັ້ນ 1 ຫາ 2 ງານ​ບຸນ​ດີ​ເດັ່ນ​ເພື່ອ​ລົງທຶນ ຂຸດ​ຄົ້ນການທ່ອງທ່ຽວ. ທ່ານ​ຫງວຽນ​ກູ​ຍ​ເຟືອງ, ຫົວໜ້າ​ກົມ​ທ່ອງ​ທ່ຽວ, ກົມ​ໃຫ່ຍທ່ອງ​ທ່ຽວ​ຫວຽດນາມ ຖືວ່າ:

   “​​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ມາ​ທ້ອງ​ຖິ່ນ​ຕ່າງໆ​ດ້ວຍ​ກຳ​ປັ່ນ, ຂ້າພະ​ເຈົ້າຄິດ​ວ່າ, ​ ພວກ​ເຮົາ​ຕ້ອງ​ມີ​ບັນດາ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ບັນດາ​ນັກ​ລົງທຶນ​ມາ​ກໍ່ສ້າງ​ທ່າ​ກຳ​ປັ່ນ, ສະຖານີ, ທ່າເຮືອ. ພວ​ກເຮົາ​ມີ​ພື້ນຖານ​ໂຄງ​ລ່າງ​ທີ່​ດີຈະ​ດຶງ​ດູດ​ແຂກ​ທ່​ອງ​ທ່ຽວມາ​ຢ້ຽມຢາມ​ໄດ້, ຍ້ອນ​ວ່າ, ປະຈຸ​ບັນ, ພວກ​ເຮົາ​ນອນ​ໃນ​​ເຂດໃຈກາງ​ທ່ອງ​ທ່ຽວ​ທະ​ເລ​ໃຫ່ຍທີ່​ສຸດ. ຕ້ອງ​ເພີ່ມ​ທະວີ​ການ​ໂຄສະນາ, ສ້າງ​ບັນດາ​ການ​ບໍລິການ​ທີ່ມີ​ຄຸນ​ນະພາ​ບສູງ”.

 

ຂ່າວ/ບົດ​ອື່ນ