ບັນດາການເຄື່ອນໄຫວຟົດຟື້ນຂອງໄວໜຸ່ມກອງທັບ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ຈະດຳເນີນໃນໄລຍະມໍ່ໆມານີ້

(VOVWORLD) - ໃນໄຕມາດທີ 3 ປີ 2017, ຄະນະຊາວໜຸ່ມກອງທັບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຈັດຕັ້ງບັນດາການເຄື່ອນໄຫວຂອງໄວໜຸ່ມກອງທັບໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ປີມິດຕະພາບ ຫວຽດນາມ - ກ ຳປູເຈຍ, ກຳປູເຈຍ - ຫວຽດນາມ 2017
ບັນດາການເຄື່ອນໄຫວຟົດຟື້ນຂອງໄວໜຸ່ມກອງທັບ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ຈະດຳເນີນໃນໄລຍະມໍ່ໆມານີ້ - ảnh 1 ບັນດາການເຄື່ອນໄຫວຟົດຟື້ນຂອງໄວໜຸ່ມກອງທັບ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ຈະດຳເນີນໃນໄລຍະມໍ່ໆມານີ້ (ພາບອິນເຕີແນັດ)

ບັນດາການເຄື່ອນໄຫວດຳເນີນໃນໂອກາດ 2 ປະເທດ ຫວຽດນາມ - ລາວ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017); 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື (18/07/1977 – 18/07/2017); 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳ ປູເຈຍ (24/06/1967 – 24/06/2017). ໃນນັ້ນ, ບັນດາການເຄື່ອນໄຫວຈຸດສຸມໄດ້ຮັບການຜັນຂະຫຍາຍແມ່ນ: ລາຍການຈູດທຽນອາໄລຫາ “ນັກຮົບເສຍສະຫຼະຊີວິດ” ຈັດຕັ້ງໃນວັນທີ 15 ກໍລະກົດ ຢູ່ແຂວງ ເຫງະອ່ານ; ລາຍການຊາວໜຸ່ມກອງທັບ ຫວຽດນາມ - ລາວ “ສາຍພູຫລວງຮ່ວມ ໄມຕິຈິດຖານສະຫາຍ” ດຳເນີນຢູ່ແຂວງ ດຽນບຽນ ວັນທີ 18 ກໍລະກົດ; ລາຍການຊາວໜຸ່ມກອງທັບ ຫວຽດນາມ - ກຳປູເຈຍ “ສາຍແມ່ນ້ຳຂອງໄມຕິຈິດຄວາມຮັກແພງ” ຢູ່ນະຄອນ ໂຮ່ຈີມິນ ວັນທີ 16 ສິງຫາ…; ການພົບປະສັງສັນ, ແລກປ່ຽນລະຫວ່າງອະດີດນັກຮົບ, ທະຫານອາສາສະໝັກ ຫວຽດນາມ ເຄີຍສູ້ຮົບ, ປະຕິບັດງານຢູ່ ລາວ, ກຳປູເຈຍ ກັບ ລຸ້ນໜຸ່ມ…ບັນດາການເຄື່ອນໄຫວນີ້ ແນໃສ່ຍົກສູງຄວາມຮັບຜິດຊອບຂອງໄວໜຸ່ມ 3 ປະເທດ ໃນການຮັກສາ, ເພີ່ມພູນຄູນສ້າງໃຫ້ບັນດາສາຍພົວພັນ, ເພື່ອການພັດທະນາສີວິໄລຂອງແຕ່ລະປະເທດ; ໂຄສະນາ, ແນະນຳພາບພົດປະເທດ, ຊາວ ຫວຽດນາມ, ວັດທະນະທຳ, ຄວາມສາມາດບົ່ມຊ້ອນການພັດທະນາຂອງ ຫວຽດນາມ ຕໍ່ປະຊາຊົນ ລາວ, ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ