ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ກັບ ລາວ, ກຳປູເຈຍ

(VOVWORLD) - ຕາມແຜນການຂອງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ນະຄອນ ໂຮ່ຈີມິນຈະຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ລາວ ໃນເດືອນ 7/2017

50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ກຳປູເຈຍ ໃນເດືອນ 6/2017. ນະຄອນໂຮ່ຈີມິນກໍ່ໜູນຊ່ວຍນະຄອນຫລວງ ວຽງຈັນ ໃນການບຳລຸງຝຶກຝົນອົບຮົມ ແນໃສ່ຍົກສູງທັກສະການຄຸ້ມຄອງດ້ານການເງິນ, ງົບປະມານ, ພາສີອາກອນ; ຮັບປະກັນຈຳນວນທຶນສຶກສາໃຫ້ນັກສຶກສາ ລາວ, ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ. ພະແນກສາທາລະນະສຸກເປັນເຈົ້າພາບຈັດຕັ້ງການກວດກາ, ປິ່ນປົວພະຍາດ, ຜ່າຕັດຕາໃຫ້ແກ່ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບາງທ້ອງຖິ່ນຂອງ ລາວ, ກຳປູເຈຍ; ຊຸກຍູ້ໂຄງການໂຮງໝໍ ເຈີ້ໄຣ - ກຳປູເຈຍ. ສຳລັບບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ນະຄອນ ໂຮ່ຈີມິນ ຈັດຕັ້ງ “ສັບປະດາວັດທະນະທຳ ລາວ” ແລະ ງານວາງສະແດງ “ນ້ຳໃຈມິດຕະພາບຮ່ວມມື ຫວຽດນາມ - ລາວ” ຢູ່ຫໍວັດທະນະທຳຊາວໜຸ່ມ ໃນເດືອນ 07/2017; ລາຍການແລກປ່ຽນສີລະປະ ແລະ ງານວາງສະແດງຮູບພາບກ່ຽວກັບການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ໃນເດືອນ 6 ແລະ ເດືອນ 8/2017.

ຕອບກັບ

ຂ່າວ/ບົດ​ອື່ນ