ບັນດາການເຄື່ອນໄຫວສະເຫຼີມສະຫຼອງແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຖືກດຳເນີນໄປຢ່າງຟົດຟື້ນ

(VOVWORLD) -ວັນທີ 17 ພຶດສະພາ, ຢູ່ແຂວງ ບັ໊ກຢາງ ໄດ້ຈັດພິທີສະຫຼຸບ, ມອບລາງວັນການເສັງຊອກຮູ້ກ່ຽວກັບ “ພັກກອມມູນິດຫວຽດນາມ ທີ່ມີດກຽດອັນສະຫງ່າ; ລຸງໂຮ່ ຍິ່ງໃຫຍ່; ບ້ານເກີດເມືອງນອນແຫ່ງການປ່ຽນແປງໃໝ່”.

ບັນດາການເຄື່ອນໄຫວສະເຫຼີມສະຫຼອງແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຖືກດຳເນີນໄປຢ່າງຟົດຟື້ນ - ảnh 1 ຄະນະຈັດຕັ້ງໄດ້ຄັດເລືອກມອບລາງວັນໃຫ້ 30 ບົດດີເດັ່ນ

(ພາບ: baobacgiang)

ການສອບເສັງໄດ້ຮັບການປຸກລະດົມເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2020). 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020). ເຊິ່ງໄດ້ຮັບການປຸກລະດົມນັບແຕ່ເດືອນ ພະຈິກ 2019, ການສອບເສັງໄດ້ຮັບ 92.000 ບົດເຂົ້າຮ່ວມ. ສິ້ນສຸດ ການສອບເສັງ, ຄະນະຈັດຕັ້ງໄດ້ຄັດເລືອກ, ມອບລາງວັນໃຫ້ 30 ບົດດີເດັ່ນ, ລວມມີ ລາງວັນທີ 1 ຈຳນວນ 1 ລາງວັນ, ລາງວັນທີ 2 ຈຳນວນ 4 ລາງວັນ, ລາງວັນທີ 3 ຈຳນວນ 10 ລາງວັນ ແລະ ລາງວັນຊົມເຊີຍຈຳນວນ 13 ລາງວັນ.

        ແລະກໍ່ໃນວັນທີ 17 ພຶດສະພາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ATK ດິ້ງຮ໊ວາ, ແຂວງ ທ໊າຍງວຽນ, ຄະນະຊາວໜຸ່ມແຂວງທ໊າຍງວຽນ ໄດ້ຈັດ “ວັນບຸນຊາວໜຸ່ມປະຕິບັດຕາມຄຳສັ່ງສອນຂອງລຸ່ງໂຮ່” ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ