ບັນດາການເຄື່ອນໄຫວໃນວັນບຸນວິສາຂະບູຊາ ພສ 2561 - ຄສ 2017

(VOVWORLD))-ຕອນເຊົ້າວັນທີ 10/5, ຢູ່ ວັດ ກວານຊື ຮ່າໂນ້ຍ, ສູນກາງສະມາຄົມພຸດທະສາສະຫນາ ຫວຽດນາມ ໄດ້ຈັດຕັ້ງວັນບຸນວິສາຂະບູຊາ ພສ 2561. 
ບັນດາການເຄື່ອນໄຫວໃນວັນບຸນວິສາຂະບູຊາ ພສ 2561 - ຄສ 2017 - ảnh 1 ທ່ານນາງເຈືອງທິມາຍ, ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງມາອວຍພອນສູນກາງສະມາຄົມ ພຸດທະສາສະຫນາຫວຽດນາມ 

ເຂົ້າຮ່ວມພິທີມີທ່ານນາງ ເຈື່ອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຜູ້ຕາງໜ້າການນຳບາງກະຊວງ, ຂະແໜງການຂັ້ນສູນກາງ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາອົງການການທູດຕ່າງປະເທດປະຈຳຫວຽດນາມ.

        ອ່ານສານທີ່ພິທີວັນບຸນ ພະມະຫາອາຈານ ທິກບາວງ່ຽມ ຮອງປະທານຄະນະບໍລິຫານສະມາຄົມພຸດທະສາສະໜາຫວຽດນາມ ປາຖະໜາວ່າ ພະສົງສຳມະເນນ, ພຸດທະສາສະນິກະຊົນຫວຽດນາມທີ່ຢູ່ພາຍໃນປະເທດກໍ່ຄືຢູ່ຕ່າງປະເທດ ຈົ່ງມານະພະຍາຍາມ ສ້າງໂຄງການກະທຳ, ຕິດແທດຄວາມຕ້ອງການຕົວຈິງໃນຍຸກປະຈຸບັນກວ່າອີກ ໃນສະພາບການທີ່ປະເທດພວມປ່ຽນແປງໃໝ່, ເຊື່ອມໂຍງ ແລະ ຮ່ວມມືກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

        ກ່ຽວຄຳເຫັນທີ່ພິທີ, ທ່ານນາງ ເຈື່ອງທິມາຍ  ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເນັ້ນໜັກວ່າ:

        “ ປີ 2017 ໄດ້ດຳເນີນເຫດການສຳຄັນຫຼາຍຢ່າງສຳລັບປະເທດຊາດ ກໍ່ຄືສຳລັບສະມາຄົມພຸດທະສາສະໜາຫວຽດນາມ. ພິເສດແມ່ນຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 8. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍນ້ຳໃຈ, ຄວາມຮັບຜິດຊອບ, ພູມປັນຍາຂອງຜູ້ມີຍົດຖາບັນດາສັກ ໃນສະພາສົງ, ຄະນະບໍລິຫານງານ ພ້ອມທັງພະສົງສາມະເນນ, ພຸດທະສາສະນິກະຊົນ ຈະຈັດຕັ້ງກອງປະຊຸມໃຫຍ່ສຳເລັດຜົນ. ຂ້າພະເຈົ້າສະເໜີບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງພະສົງ ສະມາຄົມພຸດທະສາສະໜາຫວຽດນາມ, ສ້າງສະພາບແວດລ້ອມແຫ່ງການດຳເນີນຊີວິດ, ເຫຼື້ອມໃສສາສະໜາຢ່າງເສລີ, ເປັນປົກກະຕິ ແລະ ປອດໄສໃນພາລະກິດພັດທະນາລວມຂອງປະເທດ

        ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນໂຮ່ຈີມິນ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສົມທົບກັບສະມາຄົມພຸດທະສາສະໜາຫວຽດນາມນະຄອນໂຮ່ຈີມິນ ຈັດຕັ້ງວັນບຸນວິສາຂະບູຊາ ພສ 2561- ຄສ 2017.

ຕອບກັບ

ຂ່າວ/ບົດ​ອື່ນ