ບັນດາຄຳສັ່ງລົງໂທດຍັງອາດສາມາດສົ່ງຜົນກະທົບຫຍໍ້ທໍ້ເຖິງພື້ນຖານເສດຖະກິດ ລັດເຊຍ ໃນໄລຍະກາງ

(VOVWORLD) - Bakhmut. ໃນການຕອບສຳພາດຕໍ່ສຳນັກຂ່າວສານ AP, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ກ່າວວ່າ: ຖ້າຫາກກຳລັງປະກອບອາວຸດຂອງປະເທດນີ້ຖືກປະລາໄຊຢູ່ Artrmovsk, ກີແອບ ຈະປະເຊີນໜ້າກັບຄວາມກົດດັນຈາກປະຊາຄົມສາກົນ...
ບັນດາຄຳສັ່ງລົງໂທດຍັງອາດສາມາດສົ່ງຜົນກະທົບຫຍໍ້ທໍ້ເຖິງພື້ນຖານເສດຖະກິດ ລັດເຊຍ ໃນໄລຍະກາງ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin

ກ່າວຄຳເຫັນທີ່ການປະຊຸມກັບບັນດາສະມາຊິກລັດຖະບານ ໃນວັນທີ 29 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ກ່າວເຕືອນວ່າ: ບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ ຍັງອາດສາມາດສົ່ງຜົນກະທົບຫຍໍ້ທໍ້ເຖິງເສດຖະກິດລັດເຊຍ ໃນໄລຍະກາງ. ທ່ານປະທານາທິບໍດີ Putin ໃສ່ໃຈວ່າ: ຄວນໜູນຊ່ວຍ ແລະ ປັບປຸງບັນດາທ່າອ່ຽງຕັ້ງໜ້າໃນພື້ນຖານເສດຖະກິດ, ຮັບປະກັນອະທິປະໄຕດ້ານເຕັກໂນໂລຊີ, ຊັບພະຍາກອນມະນຸດ ແລະ ການເງິນ:

        “ຄວນມີການກະທຳທີ່ວ່ອງໄວ, ຫາກບໍ່ໃຊ້ອາດຍາສິດ, ຊັກຊ້າ, ຍ້ອນບັນດາສິ່ງຈຳກັດທີ່ຜິດກົດໝາຍທີ່ຈັດວາງຕໍ່ພື້ນຖານເສດຖະກິດ ລັດເຊຍ ໃນໄລຍະກາງ ອາດຈະສົ່ງຜົນກະທົບຫຍໍ້ທໍ້ຢ່າງແທ້ຈິງ. ດັ່ງນັ້ນ, ພວກເຮົາຄວນແກ້ໄຂບັນດາບັນຫາກ່ຽວກັບຄວາມຕ້ອງການ”.

        ໃນສະພາບການຜັນແປອື່ນ, ກ່ຽວຂ້ອງເຖິງສະພາບການສົງຄາມຢູ່ ຢູແກຼນ, ກໍ່ໃນວັນທີ 29 ມີນາ, ກົມໃຫຍ່ເສນາທິການກອງທັບ ຢູແກຼນ ໄດ້ຢັ້ງຢືນຜົນສຳເລັດຂອງກຳລັງອາວຸດລັດເຊຍ ຢູ່ Artrmovsk - ເຊິ່ງເປັນບ່ອນທີ່ຢູແກຼນ ເອີ້ນວ່າ: Bakhmut. ໃນການຕອບສຳພາດຕໍ່ສຳນັກຂ່າວສານ AP, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ກ່າວວ່າ: ຖ້າຫາກກຳລັງປະກອບອາວຸດຂອງປະເທດນີ້ຖືກປະລາໄຊຢູ່ Artrmovsk, ກີແອບ ຈະປະເຊີນໜ້າກັບຄວາມກົດດັນຈາກປະຊາຄົມສາກົນ ແລະ ພາຍໃນປະເທດຢ່າງໄວວາ, ເຂົາເຈົ້າຈະຖືກຊຸກຍູ້ການເຈລະຈາຕົກລົງກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ