ບັນດາທ້ອງຖິ່ນຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງວັນຄົນພິການຫວຽດນາມ

ບັນດາທ້ອງຖິ່ນຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງວັນຄົນພິການຫວຽດນາມ - ảnh 1
ພາບປະກອບ:internet


(vovworld)-ຕອນ​ເຊົ້າ​ວັນ​ທີ 18/4, ຢູ່ສູນວັດທະນະທຳ​ນະຄອນ ​ເກີນ​ເທີ, ສະມາຄົມ​ຄົນ​ພິການ​ນະຄອນ ​​ເກີນ​​ເທີ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ຄົນ​ພິການ​ຫວຽດນາມ. ນະ​ພິທີ, ສະມາຄົມ​ຄົນ​ພິການ ​ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ​້​ແກ່ ຄົນ​ພິການ 24 ຄົນ​ທີ່​ຍາດ​ໄດ້ຜົນ​ງານ​ດີ​ເດ່ັນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ ​ແລະ ​ໄດ້​ບືນ​ຕົວ​ຂຶ້ນ​ໃນ​ຊີວິດ ​ແລະ ມອບ​ຂອງ​ຂວັນ​ 30 ພູດໃຫ້​ແກ່ລູກ​ຫລານ​ຂອງ​​ເຂົາ​ເຈົ້າ. ນາງ ​ໂອນ​ທິຮົ່ງຍານ ມີ​ຄວາ​ມ​ເບິ​ກບານມ່ວນ​ຊື່ນ​ເມື່ອ​​ໄດ້​ເຂົ້າ​ຮ່ວມ​ພິທີ, ນາງ​​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫລາຍ​ເມື່ອ​ໄດ້​ຮັບ​​ໃບ​ຍ້ອງຍໍ. ຂ້າພະ​ເຈົ້າ​ເປັນ​ຄົນ​ພິການ ​ແຕ່ສັງຄົມ​ປະຈຸ​ບັນ​ບໍ່​ຈຳ​ແນ​ກລະຫວ່າງ​ຄົນ​ພິການ ​ແລະ ຄົນ​ທຳ​ມະ​ດາ​. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ມີ​ຄວາມ​​ເຊື່​ອ​ໝັ້ນ​ຕົນ​ເອງ​ກວ່າ​ເມື່ອ​ເຈືອ​ຈານ​ເຂົ້າ​ກັບ​ສັງຄົມ.”

ສ່ວນ​ຢູ່​ແຂວງ ກວາງ​ບີ​ງ, ບັນດາ​ວິ​ສາ​ຫະກິດ​ໃນ​ແຂວງ ​ໄດ້​ມອບ​ຈຳນວນ​ເງິນ 120 ລ້ານ​ດົ່ງ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ຄົນ​ພິການ. ທ່ານ ຟ້າ​ມຊວນ​ບີ​ງ, ຫົວຫນ້າ​ພະ​ແນ​ກ​ແຮ​ງງານ, ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ​​ແຂວງ ກວາງ​ບີ​ງ​ໃຫ້​ຮູ້​ວ່າ:

 “​ແຂວງ​ກວາງ​ບີ​ງ ​ໄດ້​ສ້າງ​ຂະ​ບວນການ​ເບິ່ງ​ແຍງ​ດູ​ແລ​ຄົນ​ພິການ​ໃນ​ທົ່ວ​ແຂວງ. ສະມາຄົມ​ຄົນ​ພິການ​ໄດ້​ຈັດ​ຕັ້ງ​ການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ພິການ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄົນ​ພິການ​ໄດ້​ສຳ​ພັດ​ກັບ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ສະ​ຫວັດ​ດີກາ​ນສັງຄົມ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ບື​ນຕົວ​ຂຶ້ນ​ໃນ​ຊີວິດ.”

 

ຂ່າວ/ບົດ​ອື່ນ