ບັນດາປະເທດ OPEC+ ຖະແຫຼງຫລຸດຜ່ອນປະລິມານນ້ຳມັນໂດຍສະໝັກໃຈ

(VOVWORLD) - ຖະແຫຼງການດັ່ງກ່າວເປັນຂີດໝາຍຄັ້ງທີ 2 ທີ່ ລັດເຊຍ ໄດ້ຖະແຫຼງຕໍ່ກຳນົດເວລານະໂຍບາຍຫລຸດຜ່ອນປະລິມານການຂຸດຄົ້ນນ້ຳມັນ
ບັນດາປະເທດ OPEC+ ຖະແຫຼງຫລຸດຜ່ອນປະລິມານນ້ຳມັນໂດຍສະໝັກໃຈ - ảnh 1ພາບປະກອບ

ວັນທີ 2 ເມສາ, ບັນດາປະເທດສະມາຊິກຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ແລະ ບັນດາປະເທດຄູ່ຮ່ວມມື (OPEC+) ໄດ້ອອກຖະແຫຼງການຫລຸດປະລິມານນ້ຳມັນໂດຍສະໝັກໃຈ ເພື່ອສະກັດກັ້ນບັນດາຄວາມຂາດສະຖຽນລະພາບໃນຕະຫຼາດໂລກ.

        ລັດເຊຍ ຖະແຫຼງຕໍ່ກຳນົດເວລາຫລຸດປະລິມານນ້ຳມັນອາຍແກັດຕື່ມອີກ 500.000 ຖັງ/ວັນ ຈາກລະດັບການຜະລິດສະເລ່ຍໃນເດືອນກຸມພາ ຮອດທ້າຍປີນີ້. ຖະແຫຼງການດັ່ງກ່າວເປັນຂີດໝາຍຄັ້ງທີ 2 ທີ່ ລັດເຊຍ ໄດ້ຖະແຫຼງຕໍ່ກຳນົດເວລານະໂຍບາຍຫລຸດຜ່ອນປະລິມານການຂຸດຄົ້ນນ້ຳມັນ, ເຊິ່ງຄັ້ງທຳອິດໂດຍທ່ານຮອງນາຍົກລັດຖະມົນຕີ Alexander Novak ປະກາດໃນເດືອນ ກຸມພາ ປີ 2023 ນີ້.

        ກໍ່ເຊັ່ນດຽວກັນ, ກະຊວງພະລັງງານ ຊາອຸດິ ອາຣາເບັຍ ໄດ້ອອກຖະແຫຼງການວ່າ ປະເທດນີ້ໄດ້ຫລຸດຜ່ອນປະລິມານນ້ຳມັນດິບຕື່ມອີກ 500.000 ຖັງ/ວັນ ນັບແຕ່ເດືອນ ພຶດສະພາຈະມາເຖິງຮອດທ້າຍປີ 2023 ໂດຍສະໝັກໃຈ. ບັນດາປະເທດ ສະຫະລັດ ອາຣັບ ເອມີເລັດ UAE, ຄູເວດ, ອີຣັກ, ໂອມານ ແລະ ອານເຊຣີ ກໍ່ໄດ້ປະກາດຫລຸດປະລິມານນ້ຳມັນໂດຍສະໝັກໃຈນັບແຕ່ເດືອນ ພຶດສະພາ ຮອດທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ